• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ໂງ​ຊວັນ​ລິກ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້​ອງ​ກັນ​ປະ​ເທດ ໃຫ້​ການ​ຕ້ອ​ນ​ຮັບ​ຄະ​ນະ​ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ

ຕອນບ່າຍວັນທີ 26 ສິງຫາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ໃຫ້ການຕ້ອນຮັບທ່ານ Lim Jock hoi, ເລຂາທິການໃຫຍ່ ອາຊຽນ, ແລະ ຄະນະປະຕິບັດງານເນື່ອງໃນໂອກາດທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Lim Jock hoi, ເລຂາທິການໃຫຍ່ ອາຊຽນ, ແລະ ຄະນະປະຕິບັດງານ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວັນລິກ ໃຫ້ຮູ້ວ່າ ເພື່ອດຳລົງຕຳແໜ່ງປະທານອາຊຽນ ໃນປີ 2020 ນັ້ນ, ແຕ່ທ້າຍປີ 2018, ຄະນະກຳມະການແຫ່ງຊາດກ່ຽວກັບ ອາຊຽນ 2020 ໄດ້ເລີ່ມເຂົ້າສູ່ການເຄື່ອນໄຫວ ແລະ ຕັ້ງໜ້າຜັນຂະຫຍາຍວຽກງານກະກຽມກ່ຽວກັບເນື້ອໃນ, ການຕ້ອນຮັບ, ຮັບປະກັນພື້ນຖານວັດຖຸ, ປ້ອງກັນຄວາມສະຫງົບ, ຄວາມປອດໄພ. ແຕ່ປີ 2018 ກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ໄດ້ຜັນຂະຫຍາຍວຽກງານກະກຽມໃຫ້ແກ່ການດຳລົງຕຳແໜ່ງເປັນປະທານໃນບັນດາກອງປະຊຸມປ້ອງກັນຊາດ - ການທະຫານ ອາຊຽນໃນປີ 2020. ຫວຽດນາມປາດຖະໜາວ່າຈະໄດ້ຮັບການຊ່ວຍເຫຼືອດ້ານວິຊາການຂອງຄະນະເລຂາທິການໃຫຍ່ ອາຊຽນ ແລະ ການໜູນຊ່ວຍໂດຍກົງຂອງ ຄະນະເລຂາທິການໃຫຍ່ ອາຊຽນ, ທັງຢູ່ໃນ ແລະ ພາຍຫຼັງເວລາດຳເນີນແຕ່ລະກອງປະຊຸມທີ່ກ່ຽວຂ້ອງ ADMM, ADMM+ ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີ 2020.

        ສ່ວນທ່ານ Lim Jock hoi ໄດ້ຢັ້ງຢືນວ່າ ຈະຕັ້ງໜ້າຊ່ວຍເຫຼືອ ຫວຽດນາມ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງໃນປີ 2020 ເມື່ອ ຫວຽດນາມດຳລົງຕຳແໜ່ງເປັນປະທານ ອາຊຽນ, ປະກອບສ່ວນກໍ່ສ້າງປະຊາຄົມອາຊຽນທີ່ເຂັ້ມແຂງ, ເພີ່ມທະວີການຮ່ວມມືທີ່ມີຄຸນນະພາບໃນບັນດາຂົງເຂດ, ເພື່ອສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top