• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບ ທ່ານ Gianni Infantino ປະທານ FIFA

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະເໜີໃຫ້ FIFA ໃຫ້ຄວາມເອົາໃຈໃສ່, ສ້າງເງື່ອນໄຂ ເອື້ອອຳນວຍ ສະໜັບສະໜູນ ຫວຽດນາມ ໃນການຄົ້ນຄວ້າ, ເປັນເຈົ້າພາບຈັດຕັ້ງ ການແຂ່ງຂັນຈຳ​ນວນ​ໜຶ່ງ​ໃນ​ໃນລະບົບ ຂອງ FIFA

ໃນວັນ​ທີ 26 ສິງ​ຫາ, ຢູ່ທີ່ ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​

  ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບ ທ່ານ Gianni Infantino ປະທານ FIFA (ພາບ: VNA)  

ສູນ​ກາງ​ພັກກອ​ມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວ​ຽດ​ນາມ ໂຕເລິມໄດ້ໃຫ້​ການຕ້ອນຮັບທ່ານ Gianni Infantino ປະ​ທານ​ສະ​ຫະ​ພັນບານເຕະ ໂລກ (FIFA)ທີ່ກຳລັງມີໜ້າຢູ່ ຮ່າໂນ້ຍ ເພື່ອເຂົ້າຮ່ວມຊົມການແຂ່ງຂັນ ນັດຊິງຊະນະເລີດນັດທີ2 ASEAN Cup 2026 ລະຫວ່າງ ທີມຊາດ ຫວຽດນາມ ແລະ ໄທ.

ໃນການ​ຕ້ອນຮັບ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ສະເໜີໃຫ້ FIFA ໃຫ້ຄວາມເອົາໃຈໃສ່, ສ້າງເງື່ອນໄຂ ເອື້ອອຳນວຍ ສະໜັບສະໜູນ ຫວຽດນາມ ໃນການຄົ້ນຄວ້າ, ເປັນເຈົ້າພາບຈັດຕັ້ງ ການແຂ່ງຂັນຈຳ​ນວນ​ໜຶ່ງ​ໃນ​ໃນລະບົບ ຂອງ FIFA, ໃນ​ສະ​ເພາະໜ້າ ແມ່ນໃຫ້ບຸລິມະສິດ ບັນດາ ການແຂ່ງຂັນ ທີ່ເໝາະສົມ ກັບເງື່ອນໄຂ ພື້ນຖານວັດ​ຖຸ, ຄວາມສາມາດ ໃນການຈັດຕັ້ງ ຂອງຫວຽດນາມ; ສືບຕໍ່ ສະໜັບສະໜູນ ຫວຽດນາມ ໃນການຝຶກອົບຮົມ ຄູຝຶກ, ກຳມະການ ແລະ ຍົກສູງ ຄວາມສາມາດດ້ານວິຊາສະເພາະ, ຄວາມສາມາດ ໃນການຄຸ້ມຄອງ ບານເຕະ, ພັດທະນາ ບານເຕະ ຍິງ; ບານເຕະຂັ້ນໂຮງຮຽນ, ບານເຕະ ຂະ​ບວນ​ການ​ໄປ​ເຖິງ ບານເຕະ ອາຊີບ ແລະ ທີມຊາດ.

ສ່​ວນທ່ານ Gianni Infantino ປະທານ FIFA ໄດ້ຢັ້ງຢືນວ່າ ພ້ອມແລ້​ວທີ່ຈະ ຮ່ວມເດີນທາງ ກັບ ຫວຽດນາມ ໃນການແບ່ງປັນ ບົດຮຽນ, ສະໜັບສະໜູນ ຢ່າງສູດຂີດ ກ່ຽວກັບ ພື້ນ​ຖານໂຄງລ່າງ, ວິຊາສະເພາະເຕັກນິກ ກໍຄືວຽກງານ ການບຳ​ລຸງ​ສ້າງ​ການພັດທະນາ ບານເຕະ ຊຸມຊົນ, ບານເຕະໜຸ່ມ; ສະໜັບສະໜູນການຍົກສູງ ຄຸນນະພາບ ການຄຸ້ມຄອງ ກໍຄື ປັບປຸງ ພື້ນ​ຖານໂຄງລ່າງ ໃຫ້ສົມບູນແບບ ໃນໄລຍະຈະ​ມາ​ເຖິງ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກ່ຽວກັບແຜນການເພີ່ມທະວີການສ້າງ, ປັບປຸງພັກ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກ່ຽວກັບແຜນການເພີ່ມທະວີການສ້າງ, ປັບປຸງພັກ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊີ້ແຈ້ງບັນດາໝາກຜົນທີ່ບັນລຸໄດ້ໃນການປະຕິບັດຂໍ້ສະຫຼຸບເລກທີ 21 ກ່ຽວກັບການກໍ່ສ້າງ, ປັບປຸງພັກແມ່ນມີຄວາມສຳຄັນຍິ່ງ ແລະ ມີຄວາມໝາຍຢ່າງຍາວນານ.

Top