• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ ສອນໄຊ ສີພັນດອນ ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ລົງຢ້ຽມ​ຢາມ, ກວດ​ກາຄວາມ​ຄືບ​ໜ້າການກໍ່​ສ້າງ​ຫໍ​ສະ​ພາ​ແຫ່ງ​ຊາດ ລາວ ຕຶກໃໝ່

ຕອນບ່າຍວັນທີ 2 ພະຈິກ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາວ ໄດ້ລົງຢ້ຽມຢາມ ແລະ ກວດກາຄວາມຄືບໜ້າການກໍ່ສ້າງຫໍສະພາແຫ່ງຊາດຕຶກໃໝ່ຂອງ ລາວ, ເຊິ່ງແມ່ນຂອງຂວັນຂອງພັກ-ລັດ ແລະ ປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ ລາວ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລາວ ລົງຢ້ຽມຢາມ, ກວດກາຄວາມຄືບໜ້າການກໍ່ສ້າງຫໍສະພາແຫ່ງຊາດ ລາວ ຕຶກໃໝ່

ກິດຈະການຫໍສະພາແຫ່ງຊາດ ລາວ ຕຶກໃໝ່  ໂດຍແມ່ທັບນ້ອຍ 11-ກະຊວງປ້ອງກັນປະເທດ ຫວຽດນາມ ປະຕິບັດການກໍ່ສ້າງດ້ວຍງົບປະມານກວ່າ 110 ລ້ານ USD. ໂດຍລາຍງານຕໍ່ກັບ ທ່ານ ສອນໄຊ ສີພັນດອນ, ທ່ານ ພັນເອກ ຫງວຽນຈຽນ, ຮອງຜູ້ບັນຊາການແມ່ທັບນ້ອຍ 11 ໃຫ້ຮູ້ວ່າ: ພາຍຫຼັງດຳເນີນກໍ່ສ້າງເປັນເວລາກວ່າ 2 ປີ , ກິດຈະການຫໍສະພາແຫ່ງຊາດ ລາວ ຕຶກໃໝ່  ໄດ້ສ້າງສຳເລັດໂດຍພື້ນຖານ; ວິສະວະກອນ, ກຳມະກອນກວ່າ 700 ຄົນ ຂອງກົມກອງພວມຮີບດ່ວນຕິດຕັ້ງບັນດາອຸປະກອນເຕັກນິກ, ປະດັບປະດາເຄື່ອງເຟີນີເຈີ… ທ່ານ ສອນໄຊ ສີພັນດອນ ໄດ້ຮັບຮູ້ບັນດາຂໍ້ສະເໜີແນະຂອງ ແມ່ທັບນ້ອຍ 11 ແລະ ຈະຊີ້ນຳບັນດາອົງການທີ່ມີໜ້າທີ່ຂອງ ລາວ ຄົ້ນຄ້ວາຕໍ່ຂໍ້ສະເໜີດັ່ງກ່າວ, ສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ກົມກອງໄດ້ມີແຫຼ່ງແຮງງານ, ວັດສະດຸ, ວັດຖຸດິບ ຢ່າງຄົບຖ້ວນເພື່ອຮັບໃຊ້ການກໍ່ສ້າງໂຄງການມີຄວາມຄືບໜ້າຖືກຕາມກຳນົດເວລາ, ບັນລຸຄຸນນະພາບດ້ານເຕັກນິກ, ຄວາມປານີດ, ສູ້ຊົນກໍ່ສ້າງໃຫ້ສຳເລັດ ແລະ ມອບຮັບກິດຈະການໃນໄຕມາດ 1 ປີ 2021.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top