• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ Donald Trump ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ການ​ນຳ ອັງ​ກິດ, ຝ​ລັ່ງ, ເຢຍ​ລະ​ມັນ ກ່ຽວ​ກັບ​ການ​ປະ​ທະ​ກັນ ຢູ​ແກຼນ

ວັນທີ 10 ທັນວາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ດຳເນີນການໂອ້ລົມທາງໂທລະສັບກັບທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ ແລະ ທ່ານ Friedrich Merz ນາຍົກລັດຖະມົນຕີ່ ເຢຍລະມັນ ເພື່ອປຶກສາຫາລືກ່ຽວກັບການປະທະກັນກັບ ຢູແກຼນ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ: REUTERS/Jonathan Ernst)

ຕາມທຳນຽບຂາວແລ້ວ, ບັນດາການໂອ້ລົມທາງໂທລະສັບໄດ້ດຳເນີນໃນສະພາບການທ່ານ Donald Trump  ປະທານາທິບໍດີ ອາເມລິກາ ສືບຕໍ່ມີບັນດາການກະທຳຊຸກຍູ້ເພື່ອຢຸດຕິການປະທະກັນ ພ້ອມທັງສະແດງຄວາມສົງໄສຕໍ່ຄວາມອາດສາມາດ “ໄຊຊະນະຂອງ Kiev”.

ທຳນຽບຂາວ ກໍໃຫ້ຮູ້ວ່າ ບັນດາການນຳ ອາເມລິກາ, ອັງກິດ, ຝລັ່ງ, ເຢຍລະມັນ ໄດ້ປຶກສາຫາລືກ່ຽວກັບການຜັນແປຫຼ້າສຸດຂອງບັນດາການເຈລະຈາໂດຍ ອາເມລິກາ ເປັນກາງໄກ່ເກ່ຍ, ຊົມເຊີຍບັນດາຄວາມມານະພະຍາຍາມຢຸດຕິການປະທະກັນ ເພື່ອແນໃສ່ບັນລຸໄດ້ພື້ນຖານສັນຕິພາບທີ່ຍຸຕິທຳ ແລະ ຍາວນານໃຫ້ແກ່ ຢູແກຼນ. ບັນດາການນຳ 4 ປະເທດເຫັນດີວ່າ ບັນດາການປຶກສາຫາລືກ່ຽວກັບແຜນການສັນຕິພາບຈະສືບຕໍ່ດຳເນີນໃນໄລຍະຈະມາເຖິງ ແລະ ນີ້ແມ່ນຈຸດເວລາແກ່ນສານສຳລັບ ຢູແກຼນ ກໍຄືກັບຄວາມໝັ້ນຄົງລວມຂອງພາກພື້ນ ເອີຣົບ.

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top