ຂ່າວສານ
ທ່ານໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ເປັນປະທານພິທີຕ້ອນຮັບ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກ ໄທ ແລະ ພຣະຣາຊີນີ
ຕອນເຊົ້າວັນທີ 15 ກັນຍາ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ນາງ ໂງເຟືອງລີ ໄດ້ເປັນປະທານພິທີຕ້ອນຮັບ ພະບາດສົມເດັດພຣະເຈົ້າມະຫາວະຊິຣາລົງກອນ ພຣະຣາຊີນີ ສຸທິດາໃນໂອກາດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການ(14-16/9). ການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຂອງ ພະບາດສົມເດັດພຣະເຈົ້າມະຫາຊີວິດ ແຫ່ງລາຊະອານາຈັກ ໄທແລະ ພຣະຣາຊີນີ ມີຄວາມໝາຍສຳຄັນພິເສດ, ແມ່ນຂີດໝາຍປະຫວັດສາດໃໝ່ໃນການພົວພັນມິດຕະພາບ ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ໄທ ໃນໄລຍະ 50 ປີຜ່ານມາ.






