ຂ່າວສານ

ທ່ານ​ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ ພະບາດສົມເດັດພຣະເຈົ້າ​ມະ​ຫາ​ຊີ​ວິດ ​ແຫ່ງລາ​ຊະ​ອາ​ນາ​ຈັກ ໄທ ແລະ ພຣະຣາ​ຊີ​ນີ

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ ​ຂອງ ພະບາດສົມເດັດພຣະເຈົ້າ​ມະ​ຫາ​ຊີ​ວິດ ​ແຫ່ງລາ​ຊະ​ອາ​ນາ​ຈັກ ໄທແລະ ພຣະ​ຣາ​ຊີ​ນີ​ ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ, ແມ່ນ​ຂີດ​ໝາຍ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ ການ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ໄທ ໃນ​ໄລ​ຍະ 50 ປີ​ຜ່ານ​ມາ.
  ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ ​ ພະບາດສົມເດັດພຣະເຈົ້າ​ມະ​ຫາວະຊິຣາລົງກອນ ໄທ (ພາບ: VNA)  
ຕອນ​ເຊົ້າ​ວັນ​ທີ 15 ກັນ​ຍາ, ຢູ່​ຫໍ​ສະ​ພາ​ແຫ່ງ​ຊາດ, ຮ່າ​ໂນ້ຍ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ​ ນາງ ໂງ​ເຟືອງ​ລີ ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ ​ ພະບາດສົມເດັດພຣະເຈົ້າ​ມະ​ຫາວະຊິຣາລົງກອນ ພຣະຣາ​ຊີ​ນີ ສຸທິດາໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ(14-16/9). ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຫວຽດ​ນາມ ​ຂອງ ພະບາດສົມເດັດພຣະເຈົ້າ​ມະ​ຫາ​ຊີ​ວິດ ​ແຫ່ງລາ​ຊະ​ອາ​ນາ​ຈັກ ໄທແລະ ພຣະ​ຣາ​ຊີ​ນີ​ ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ, ແມ່ນ​ຂີດ​ໝາຍ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ ການ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ໄທ ໃນ​ໄລ​ຍະ 50 ປີ​ຜ່ານ​ມາ.

top