ວັນທີ 7 ສິງຫາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກຖະແຫຼງການໂດຍໃຫ້ຮູ້ວ່າ: ໂດຍຕອບສະໜອງຄຳເຊື້ອເຊີນຂອງທ່ານປະທານາທິບໍດີ ສ.ເກົາຫຼີ ແລະ ພັນລະຍາ, ທ່ານໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມ ສ.ເກົາຫຼີ ທາງລັດຖະກິດ. ການຢ້ຽມຢາມຈະດຳເນີນແຕ່ວັນທີ 10 – 13 ສິງຫາ 2025.