• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ ລອນດອນ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ ແລະ ອຽກ​ລັງ​ເໜືອ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 28 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງຮອດສະໜາມບິນ London Stansted, ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ Keir Starmer.
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ເດີນທາງຮອດສະໜາມບິນ London Stansted, ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການ

ເມື່ອຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນ ມີທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ Seema Malhotra, ທ່ານ  Ian Frew ເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ, ທ່ານ Stephan Walton,  ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ໂດ້ມິງຮຸ່ງ ພ້ອມດ້ວຍພະນັກງານສະຖານທູດ ຫວຽດນາມ ປະຈຳ ອັງກິດ.

       ການປະຕິບັດງານຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລິມ ສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດເອກະລາດເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເພື່ອສັນຕິພາບ ແລະ ພັດທະນາ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດໃນການພົວພັນທາງການທູດຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ.

        ພາຍຫຼັງເດີນທາງຮອດ ລອນດອນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປວາງພວງມາລາຢູ່ສຸສານຂອງທ່ານ Karl Marx, ນັກປັດຊະຍາ, ນັກທິດສະດີອັດສະລິຍະ ແລະ ແມ່ນນັກປະຕິວັດທີ່ມີຊື່ສຽງໃນໂລກ ຢູ່ເຂດສຸສານ  Highgate. ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ສະຫງວນ 1 ນາທີ ກົ້ມຫົວໄວ້ອາໄລຜູ້ນຳ Karl Marx. 

(ແຫຼ່ງຄັດຈາກ VOV)

ຫວຽດນາມ - ອັງກິດ ພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21

ຫວຽດນາມ - ອັງກິດ ພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21

ຫວຽດນາມ ຖື ອັງກິດ ແມ່ນຄູ່ຮ່ວມມືຍຸດທະສາດຍາວນານ ເພື່ອພ້ອມກັນກຳນົດຮູບແບບບັນດາມາດຕະຖານການຮ່ວມມືໃນສະຕະວັດທີ 21.

Top