• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຫວຽດ​ນາມ ບໍ່​ສາ​ມາດ​ຍືນ​ຢູ່ນອກ​ທ່າອ​່ຽງ​ປ່ຽນ​ແປງ​ໃໝ່​ການ​ສຶກ​ສາ​ໃນ​ທົ່ວ​ໂລກ

ຕອນເຊົ້າວັນທີ 18 ພະຈິກ, ຢູ່ສູນກອງປະຊຸມແຫ່ງຊາດ (ຮ່າໂນ້ຍ), ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຫວຽດນາມ ຄົບຮອບ 42 ປີ(20/11/1982 – 20/11/2024), ທ່ານເລຂາທິການໃຫຍ່ ໂຕເລິມໄດ້ເຂົ້າຮ່ວມ ແລະ ເປັນປະທານການພົບປະກັບບັນດາຜູ້ຕາງໜ້າຄູອາຈານ, ພະນັກງານຄຸ້ມຄອງການສຶກສາ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ

ທີ່ການພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນວ່າໃນຕະຫຼອດຂະບວນວິວັດແຫ່ງການ ປະຕິວັດ, ພັກ, ລັດຍາມໃດກໍ່ຢັ້ງຢືນການສຶກສາແລະ ບຳລຸງສ້າງແມ່ນລັດຖະນະໂຍບາຍແຖວໜ້າ, ແມ່ນອະນາຄົດຂອງຊາດ; ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດເບິ່ງແຍງດູແລ, ມີຫຼາຍແຜນນະໂຍບາຍ, ນະໂຍບາຍລົງທຶນໃຫ້ແກ່ການສຶກສາ, ກຳນົດການລົງທຶນໃຫ້ການສຶກສາພັດທະນາ ແລະ ໃຫ້ບຸລິມະສິດກ່ວາ ບັນດາຂົງເຂດອື່ນໆ.

ເພື່ອເຕື້ອງເຖິງບັນດາວຽກງານຕ້ອງປະຕິບັດໃນທັນທີ, ທ່ານເລຂາທິການໃຫຍ່ ສະເໜີຕ້ອງຜັນຂະຫຍາຍວິທີການລົບລ້າງໄພກຶກໜັງສືຢ່າງຊິ້ນເຊິ່ງ, ເປັນຕົ້ນແມ່ນຢູ່ເຂດຫ່າງໄກສອກຫຼີ, ເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ. ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ:

ຕ້ອງສຸມໃສ່ການສ້າງຖັນແຖນຄູອາຈານ, ພະນັກງານຄຸ້ມຄອງການສຶກສາທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ແມ່ນຜູ້ທີ່ມີຄວາມເມົາມົວ, ສຸດຈິດສຸດໃຈ, ມີທັກສະ, ຄວາມຮູ້, ຄວາມສາມາດໃນການຖ່າຍທອດ, ຢາກຮຳຢາກຮຽນ, ມີນະວັດຕະກຳ. ມີມາດຕະການບຸກທະລຸເພື່ອພັດທະນາຖັນແຖວນັກຊ່ຽວຊານ, ນັກວິທະຍາສາດແຖວໜ້າຂະແໜງ, ທັງເຮັດວຽກໃນຂະແໜງການສຶກສາ, ພ້ອມທັງອຸທິດສ່ວນໃນຂະແໜງ, ຂົງເຂດອື່ນໆ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທຢ່າງ​ເປັນ​ທາງ​ການ

ພາຍ​ຫຼັງ​ພິ​ທີ​ຕ້ອນ​ຮັບ, ນາ​ຍົກ​ລັດ​ຖະ​ມົນ​ຕີ ສອງ​ທ່ານ​ໄດ້​ນຳ​ໜ໊າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສອງ​ປະ​ເທດ​ດຳ​ເນີນ​ການ​ເຈ​ລະ​ຈາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ສະ​ເໜີ​ບັນ​ດາ​ທິດ​ທາງ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

Top