• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ຖະ​ຫວາຍ​ທູບ​ທຽ​ນ​ອາ​ໄລ​ຫາ​ປ​ະ​ທານ​ໂຮ່​ຈີ​ມິນ ຢູ່ ເຫງະ​ອານ

ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະປະຕິບັດງານສູນກາງ ມາຖະຫວາຍດອກໄມ້, ທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ວິຫານ ຈຸງເຊີນ, ຫໍບູຊາບັນພະບູລຸດຂອງປະທານໂຮ່ຈີມິນ ແລະ ເຂດປູຊະນີຍາສະຖານລະດັບຊາດພິເສດ ກິມລຽນ.
ທ່ານເລຂາທິການໃຫຍ່ ໂຕເລິມ ຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ ເຫງະອານ (ພາບ: TTXVN)
ຕອນເຊົ້າວັນທີ 29 ທັນວາ , ຢູ່ເມືອງ ນາມດານ, ແຂວງເຫງະອານ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະປະຕິບັດງານສູນກາງ ມາຖະຫວາຍດອກໄມ້, ທູບທຽນອາໄລຫາປະທານໂຮ່ຈີມິນ ຢູ່ວິຫານ ຈຸງເຊີນ, ຫໍບູຊາບັນພະບູລຸດຂອງປະທານໂຮ່ຈີມິນ ແລະ ເຂດປູຊະນີຍາສະຖານລະດັບຊາດພິເສດ ກິມລຽນ. ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະປະຕິບັດງານສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບຢ່າງເລິກເຊິ່ງຕໍ່ປະທານໂຮ່ຈີມິນ, ຜູ້ນຳທີ່ຍິງໃຫຍ່ຂອງພັກ ແລະ ປະຊາຊົນ ຫວຽດນາມ, ນັກວິລະຊົນປົດປ່ອຍຊາດ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ການນຳລຸ້ນຕ່າງໆ ແລະ ປະຊາຊົນ ຫວຽດນາມ ຕັດສິນໃຈປະຕິບັດຄຳສັ່ງສອນຂອງປະທານໂຮ່ຈີມິນ ກ່ຽວກັບຄວາມສາມັກຄີ, ເປັນເອກະພາບ, ເສີມຂະຫຍາຍທຸກແຫຼ່ງກຳລັງຢ່າງສຸດຂີດເພື່ອນຳປະເທດພັດທະນາ, ທຽບເທົ່າກັບບັນດາປະເທດມະຫາອຳນາດໃນທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ວິທະຍາຄານເຕັກນິກການທະຫານສຸມໃສ່ປະຕິບັດ 5 ທິດທາງສຳຄັນທີ່ໄດ້ກຳນົດ, ໃນນັ້ນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ບັນດາທິດທາງຍຸດທະສາດໃນການສ້າງກອງທັບໃນໄລຍະຈະມາເຖິງ.

Top