• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຝູ​ຈ້ອງ ຖະ​ຫວາຍ​ທູ​ບ​ທຽນ ອາ​ໄລ​ຫາ​ການ​ນຳພັກ, ລັດ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ ປີຂານ 2022, ຕອນເຊົ້າວັນທີ 28 ມັງກອນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນອາໄລຫາບັນພະບຸລຸດ, ການນຳພັກ, ລັດ ຢູ່ເຮືອນສ່ວນຕົວ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖະຫວາຍທູບທຽນ ອາໄລຫາ ທ່ານອະດີດເລຂາທິການໃຫຍ່ ເລຢວນ (ພາບ: TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນອາໄລຫາທ່ານອະດີດເລຂາທິການໃຫຍ່ ເລຢວນ, ຜູ້ນຳທີ່ມີອິດທິພົນຊື່ສຽງ, ດ້ວຍການເຄື່ອນໄຫວປະຕິວັດໃນໄລຍະເວລາ 60 ປີ ແລະ ດຳລົງຕຳແໜ່ງເປັນເລຂາເອກ ແລະ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນເວລາ 26 ປີຢ່າງລຽນຕິດ ແຕ່ປີ 1960 – 1986. ທ່ານອະດີດເລຂາທິການໃຫຍ່ ເລຢວນ ໄດ້ອຸທິດຕະຫຼອດຊີວິດຂອງຕົນເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ເພື່ອຄວາມຄາດຫວັງຢາກທ້ອນໂຮມປະເທດຊາດເປັນເອກະພາບ, ພ້ອມທັງເປັນນັກທິດສະດີຜູ້ດີເດັ່ນ, ມີຈິນຕະນາການປະດິດຄິດສ້າງຂອງການປະຕິວັດ ຫວຽດນາມ ດ້ວຍທິດນຳ “ການປະຕິວັດແມ່ນການປະດິດຄິດສ້າງ, ແມ່ນສັດຈະທຳທີ່ລະອຽດ”. ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນອາໄລຫາອະດີດເລຂາທິການໃຫຍ່ ເຈື່ອງຈິງ, ທ່ານອະດີດເລຂາທິການໃຫຍ່ ໂດ້ເມື່ອຍ ແລະ ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top