• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຝູ​ຈ້ອງ ຕ້ອນ​ຮັບ​ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ ເອ​ຢິບ Katerina Sakellaropoulou

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານນາງ ປະທານາທິບໍດີ ເອຢິບ Katerina Sakellaropoulou ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຕ້ອນຮັບທ່ານນາງ ປະທານາທິບໍດີ ເອຢິບ Katerina Sakellaropoulou ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານນາງປະທານາທິບໍດີ ເອຢິບ Katerina Sakellaropoulou

ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງໝາກຜົນການພົບປະສົນທະນາລະຫວ່າງທ່ານນາງປະທານາທິບໍດີ ເອຢິບ Katerina Sakellaropoulou ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ. ທ່ານເລຂາທິການໃຫຍ່ ຫງວຽຝູຈ້ອງ ກໍສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະແມ່ນຂີດໝາຍໃໝ່ໃນການພັດທະນາສາຍພົວພັນລະຫວ່າງສອງປະເທດ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ເອຢິບ ແລະ ມີຄວາມປິຕິຊົມຊື່ນຕໍ່ບາດກ້າວພັດທະນາສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ເອຢິບ.

        ສ່ວນທ່ານນາງປະທານາທິບໍດີ ເອຢິບ Katerina Sakellaropoulou ເຫັນດີເປັນເອກະພາບຕໍ່ກຳນົດທິດເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຍົກອອກແກ່ການພົວພັນສອງຝ່າຍ ແລະ ປະຕິຊົມຊື່ນຕໍ່ໝາກຜົນແຫ່ງການພັດທະນາການຮ່ວມມື, ພ້ອມທັງໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນຫຼາຍຂົງເຂດ, ເຊິ່ງລວມມີການຄ້າ, ການຕໍ່ກ່ຳປັ່ນ, ການຂົນສົ່ງທາງທະເລ ແລະ ການທ່ອງທ່ຽວ. ການນຳສອງທ່ານກໍໄດ້ເຫັນດີເພີ່ມທະວີການພົວພັນດ້ານການເມືອງ, ຍູ້ແຮງການສົມທົບ, ສະໜັບສະໜູນກັນໃນເວທີປາໄສສາກົນ ແລະ ຢັ້ງຢືນຄວາມສຳຄັນຂອງການຮັກສາສັນຕິພາບ, ພັດທະນາການຮ່ວມມື, ເຄົາລົບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

(ແຫຼ່ງຄັດຈາກ VOV)

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ ດີສຸດຢູ່ ຫວຽດນາມ

ວາລະສານທ່ອງທ່ຽວ ອາເມລິກາ ເລືອກເຟັ້ນ 7 ໂຮງແຮມ “ດີສຸດຢູ່ ຫວຽດນາມ”

ຫວ່າງແລ້ວນີ້ ວາລະສານທ່ອງທ່ຽວ ອາເມລິກາ CnTraveler ໃຫ້ຮູ້ວ່າ: ມີໂຮງແຮມ ຫວຽດນາມຫລາຍແຫ່ງໄດ້ຄັດເລືອກເຂົ້າບັນຊີລາຍຊື່ແຖວຫນ້າໂລກຂອງວາລະສານນີ້.

Top