• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ມອບ​ຂໍ້​ຕົກ​ລົງ​ຈັ​ດ​ແບ່ງ​ໜ້າ​ທີ່​ກຳ​ມະ​ການ​ກົມ​ການ​ເມືອງ, ຄະ​ນ​ະ​ເລ​ຂາ​ນຸການ

ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ ດຳລົງຕຳແໜ່ງເປັນຫົວໜ້າຄະນະຈັດຕັ້ງສູນກາງ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງມອບຊໍ່ດອກໄມ້ໃຫ້ແກ່ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ (ພາບ: TTXVN)

ຕອນບ່າຍວັນທີ 8 ເມສາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານພິທີປະກາດຂໍ້ຕົກລົງຂອງກົມການເມືອງ ກ່ຽວກັບການຈັດແບ່ງໜ້າທີ່ໃຫ້ຫົວໜ້າຄະນະຈັດຕັ້ງສູນກາງ ແລະ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ. ເຂົ້າຮ່ວມພິທີມີທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ທ່ານ ຫວໍວັນເຖືອງ ຜູ້ປະຈຳຄະນະເລຂານຸການ.

        ຕາງໜ້າໃຫ້ກົມການເມືອງ, ທ່ານ ຫງວຽນແທັງບິ່ງ, ຮອງຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ປະກາດຂໍ້ຕົກລົງສະບັບອອກວັນທີ 5 ເມສາ 2021 ຂອງ ກົມການເມືອງ ວ່າດ້ວຍການຈັດແບ່ງໜ້າທີ່ແກ່ທ່ານນາງ ເຈືອງທິມາຍ, ກຳມະການກົມການເມືອງ ດຳລົງຕຳແໜ່ງເປັນຫົວໜ້າຄະນະຈັດຕັ້ງສູນກາງ; ທ່ານນາງ ບຸ່ຍທິມິງຮວ່າຍ, ເລຂາສູນກາງພັກ, ດຳລົງຕຳແໜ່ງເປັນຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ.

 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top