• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຫວຽດ​ນາມ ແລະ ສ.ເກົາຫຼີ ຕັດ​ສິນ​ໃຈ​ຍູ້​ແຮງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ກາຍ​ເປັນ​ເສົາ​ຄ້ຳ​ຂອງ​ການ​ຮ່ວມ​ມື​ສອງ​ຝ່າຍ

ທີ່​ການ​ຖະ​ແຫຼງ​ຂ່າວ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ ຫວຽດ​ນາມ ແລະ ສ.ເກົາຫຼີ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ດັບ​ສູງ​ໃໝ່.
  ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung (ພາບ: VOV)  

ຕອນ​ບ່າຍ​ວັນ​ທີ 22 ເມ​ສາ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ທາງ​ລັດ​ຖະ​ກິ​ດ​ຢູ່​ທຳ​ນຽບ​ປະ​ທານ​ປະ​ເທດ ແລະ ການໂອ້​ລົມ​ສົນ​ທະ​ນາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Lee Jae Myung ໄດ້​ຈັດ​ການ​ຖະ​ແຫຼງ​ຂ່າວ​ສາ​ກົນເພື່ອ​ແຈ້ງ​ໝາກ​ຜົນ​ຂອງ​ການໂອ້​ລົມ​ສົນ​ທະ​ນາ

ທີ່​ການ​ຖະ​ແຫຼງ​ຂ່າວ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ຮູ້​ວ່າ ຫວຽດ​ນາມ ແລະ ສ.ເກົາຫຼີ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ຄວາ​ມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ ແລະ ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ດັບ​ສູງ​ໃໝ່. ສອ​ງ​ຝ່າຍ​ໄດ້​ເນັ້ນ​ໜັກ​​ສິ​ໄດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ສອງ​ປະ​ເທດ ໃນ​ສະ​ພາບ​ການ​ໃໝ່, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ສ້າງ​ຄວາມ​ສະ​ດວກ​ທາງ​ການ​ຄ້າ, ເປີດ​ຕະຫຼາດ​ສົ່ງ​ອອກ​ນຳ​ເຂົ້າ​ໃຫ້​ແກ່​ສິ​ນ​ຄ້າ​ຂອງ​ກັນ, ຜ່ານ​ນັ້ນ​ກໍ່​ປະ​ກອບ​ສ່ວນ​ປະ​ຕິ​ບັດ​ສຳ​ເລັດ​ເປົ້າ​ໝາຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນ​ລຸ 150 ຕື້ USDໃນ​ປີ 2030. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ:

ສອງ​ຝ່າຍ​ໄດ້​ຢັ້ງ​ຢືນ​ຄວາມ​ຕັດ​ສິນ​ໃຈ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ການຫັນ​ເປັນ​ດີ​ຈີ​ຕອນ​ກາຍ​ເປັນ​ເສົາ​ຄ້ຳຫຼັກ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ, ຈະ​ສືບ​ຕໍ່​ເປີດກວ້າງ​ການ​ຮ່ວມ​ມື​​ດ້ານວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ຜ່ານ​ນັ້ນກໍ່​ຈະ​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ແບບ​ຍືນ​ຍົງ, ຍາວ​ນານ.

ສ່ວນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Lee Jae Myung ຢັ້ງ​ຢືນ​ວ່າ ສ.ເກົາ​ຫຼີ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ກັບ ຫວຽດ​ນາມ ຢ່າງ​ແໜ້ນ​ແຟ້ນເພື່ອ​ສ້າງຫຼາຍ​ຮູບ​ແບບ​ການ​ຮ່ວມ​ມື​ທີ່​ເປັນ​ແບບ​ຢ່າງ, ຜ່ານ​ບັນ​ດາ​ໂຄງ​ການ​ເຂດ​ຕົວ​ເມືອງ​ໃໝ່ ແລະ ສະ​ໜາມ​ບິນ​ໃໝ່​ເຊິ່ງ ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ຄື​ດັ່ງ​ເປັນສ່ວນ​ໜຶ່ງ​ໃນ​ວິ​ໄສ​ທັດ​ພັດ​ທະ​ນ​າ​ປະ​ເທດ​ຊາດ, ເປີດກ້​ວາງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດມຸ່ງ​ໄປ​ເຖິງ​ອະ​ນາ​ຄົດໃຫ້ຫຼາຍ​ກ່​ວາ​ອີກ.

(ແຫຼ່ງຄັດຈາກ VOV)

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ດຳເນີນການພົບປະສົນທະນາກັບລັດຖະມົນຕີການຕ່າງປະເທດ Estonia

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ດຳເນີນການພົບປະສົນທະນາກັບລັດຖະມົນຕີການຕ່າງປະເທດ Estonia

ວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Margus Tsahkna, ລັດຖະມົນຕີການຕ່າງປະເທດ Estonia.

Top