ປະທານາທິບໍດີ ອີຣານ ໄດ້ກ່າວຫາ ອາເມລິກາ ພວມສືບຕໍ່ລະເມີດຂໍ້ຕົກລົງຢຸດຍິງ, ເມື່ອຍັງຮັກສາການປິດລ້ອມບັນດາທ່າກຳປັ່ນຂອງ ອີຣານ ຢ່າງຜິດກົດໝາຍ.
ທ່ານ Masoud Pezeshkian, ປະທານາທິບໍດີ ອີຣານ (ພາບ: WANA/Majid Asgaripour via REUTERS)
ໂດຍສືບຕໍ່ສົງຄາມດ້ານສື່ມວນຊົນທີ່ດຸເດືອດລະຫວ່າງ ອາເມລິກາ ແລະ ອີຣານ. ຕອນຄ່ຳວັນທີ 22 ເມສາ, ໃນຖະແຫຼງການເປັນທາງການ, ທ່ານ Masoud Pezeshkian, ປະທານາທິບໍດີ ອີຣານ ໄດ້ກ່າວຫາ ອາເມລິກາ ພວມສືບຕໍ່ລະເມີດຂໍ້ຕົກລົງຢຸດຍິງ, ເມື່ອຍັງຮັກສາການປິດລ້ອມບັນດາທ່າກຳປັ່ນຂອງ ອີຣານ ຢ່າງຜິດກົດໝາຍ. ທ່ານຢືນຢັນວ່າ, ເລື່ອງ ອາເມລິກາ ຈັດວາງການຈຳກັດ ແລະ ມີຄຳນາບຂູ່ແນໃສ່ ອີຣານ ຢ່າງຕໍ່ເນື່ອງນັ້ນ, ແມ່ນສິ່ງກີດຂວາງຕົ້ນຕໍຂອງວິວັດທະນາການເຈລະຈາລະຫວ່າງ 2 ຝ່າຍ.
ໃນເຫດການທີ່ໜ້າສົນໃຈອື່ນ, ຕອນຄ່ຳວັນທີ 22 ເມສາ, ສື່ມວນຊົນຢູ່ພາກພື້ນ ໃຫ້ຮູ້ວ່າ ໃນວັນດຽວກັນ ຝຸງກຳປັ່ນບັນທຸກຍົນສູ້ຮົບ USS George H.W. Bush (CVN-77) ຂອງ ອາເມລິກາ ໄດ້ເດີນທາງເຂົ້າເຂດທະເລ ອາຣັບ.
(ແຫຼ່ງຄັດຈາກ VOV)