ທີ່ການຖະແຫຼງຂ່າວ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມ ແລະ ສ.ເກົາຫຼີໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການຮ່ວມມືຍຸດທະສາດລະດັບສູງໃໝ່.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung (ພາບ: VOV)
ຕອນບ່າຍວັນທີ 22 ເມສາ, ພາຍຫຼັງພິທີຕ້ອນຮັບທາງລັດຖະກິດຢູ່ທຳນຽບປະທານປະເທດ ແລະ ການໂອ້ລົມສົນທະນາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ໄດ້ຈັດການຖະແຫຼງຂ່າວສາກົນເພື່ອແຈ້ງໝາກຜົນຂອງການໂອ້ລົມສົນທະນາ
ທີ່ການຖະແຫຼງຂ່າວ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມ ແລະ ສ.ເກົາຫຼີໄດ້ເຫັນດີເປັນເອກະພາບເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການຮ່ວມມືຍຸດທະສາດລະດັບສູງໃໝ່. ສອງຝ່າຍໄດ້ເນັ້ນໜັກສິໄດຍຸດທະສາດກ່ຽວກັບການຮ່ວມສຳພັນເສດຖະກິດສອງປະເທດ ໃນສະພາບການໃໝ່, ໃຫ້ຄຳໝັ້ນສັນຍາສືບຕໍ່ສ້າງຄວາມສະດວກທາງການຄ້າ, ເປີດຕະຫຼາດສົ່ງອອກນຳເຂົ້າໃຫ້ແກ່ສິນຄ້າຂອງກັນ, ຜ່ານນັ້ນກໍ່ປະກອບສ່ວນປະຕິບັດສຳເລັດເປົ້າໝາຍວົງເງິນການຄ້າສອງຝ່າຍບັນລຸ 150 ຕື້ USDໃນປີ 2030. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ:
ສອງຝ່າຍໄດ້ຢັ້ງຢືນຄວາມຕັດສິນໃຈຍູ້ແຮງການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນກາຍເປັນເສົາຄ້ຳຫຼັກຂອງການພົວພັນສອງຝ່າຍ, ຈະສືບຕໍ່ເປີດກວ້າງການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ພົບປະແລກປ່ຽນປະຊາຊົນ, ຜ່ານນັ້ນກໍ່ຈະສ້າງພື້ນຖານອັນໝັ້ນແກ່ນເພື່ອຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນາແບບຍືນຍົງ, ຍາວນານ.
ສ່ວນທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ຢັ້ງຢືນວ່າ ສ.ເກົາຫຼີຈະສືບຕໍ່ຮັກສາການແລກປ່ຽນກັບ ຫວຽດນາມ ຢ່າງແໜ້ນແຟ້ນເພື່ອສ້າງຫຼາຍຮູບແບບການຮ່ວມມືທີ່ເປັນແບບຢ່າງ, ຜ່ານບັນດາໂຄງການເຂດຕົວເມືອງໃໝ່ ແລະ ສະໜາມບິນໃໝ່ເຊິ່ງ ຫວຽດນາມ ພວມຜັນຂະຫຍາຍຄືດັ່ງເປັນສ່ວນໜຶ່ງໃນວິໄສທັດພັດທະນາປະເທດຊາດ, ເປີດກ້ວາງການຮ່ວມມືໃນບັນດາຂົງເຂດມຸ່ງໄປເຖິງອະນາຄົດໃຫ້ຫຼາຍກ່ວາອີກ.
(ແຫຼ່ງຄັດຈາກ VOV)