• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບ​ທ່ານ Lawrence Wong ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ

ຕອນ​ເຊົ້າ​ວັນ​ທີ 29 ພຶດ​ສະ​ພາ, ຢູ່ ສິງ​ກະ​ໂປ, ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສິງ​ກະ​ໂປ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ Lawrence Wong.

ໃນ​ການ​ພົບ​ປະ, ການ​ນຳ​ສອງ​ທ່ານ ໄດ້​ທົບ​ທວ​ນ​ຄືນ​ບັນ​ດາ​ຜົນ​ງານ​ການ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ພົ້ນ​ເດັ່ນ​ໃນ​ໄລ​ຍະ​ຜ່ານ​ມາ, ແລກ​ປ່ຽນ​ກ່ຽວ​ກັບ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ການ​ນຳ​ສອງ​ທ່ານ​ເຫັນ​ດີ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ; ຍົກ​ສູງ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃຫ້​ສົມ​ກັບ​ຂອບ​ເຂດ​ການ​ພົວ​ພັນ​ໃໝ່​ຜ່ານ​ການ​ສ້າງ​ຕັ້ງ​ກົນ​ໄກ​ສົນ​ທະ​ນາ​ຍຸດ​ທະ​ສາດ​ລະ​ຫວ່າງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ພັກ​ກະ​ທຳ​ປະ​ຊາ​ຊົນ ສິງ​ກະ​ໂປ; ຜັນ​ຂະ​ຫຍາຍ​​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍ​າ​ສາດ - ເຕັກ​ໂນ​ໂລ​ຢີ ຢ່າງ​ແທດ​ຈິງ, ຜ່ານ​ຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ - ສິງ​ກະ​ໂປ, ແນ​ໃສ່​ສ້າງ​ຕັ້ງ​ລະ​ບົບ​ນິ​ເວດ ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ.

ສອ​ງ​ຝ່າຍ​ກໍ​ເຫັນ​ດີ​ເສີມ​ຂ​ະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ສີ​ຂຽວ - ເສດ​ຖະ​ກິດ​ດີ​ຈີ​ຕອນຫຼາຍກວ່າ​ອີກ, ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ທາງ​ອິນ​ເຕີ​ເນັດ; ອາ​ດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ການ​ທ່ອງ​ທ່ຽວ, ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ; ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ທາງ​ອາ​ກາດ; Logistics; ທ່າ​ກ່ຳ​ປັ່ນ; ເຫັນ​ດີ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ ໃນ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ, ໂດຍ​ສະ​ເພາະ​ແມ່ນ​ຢູ່ ອາ​ຊຽນ ແລະ ສ​ປ​ຊ.

ໃນ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ Pete Hegseth ລັດ​ຖະ​ມົນ​ຕີ​ກະ​ຊວງ​ສົງ​ຄາມ ອາ​ເມ​ລິ​ກາ; ທ່ານ Richard Marles ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ອົດ​ສະ​ຕາ​ລີ ແລະ ທ່ານ Shinjiro Koizumi ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ.

(ແຫຼ່ງຄັດຈາກ VOV)

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ລາງວັນ​ຊາວ​ເຄວ ປີ 2026: ເຊ​ີດ​ຊູ 123 ພື້ນ​ຖານ, ການ​ບໍ​ລິ​ການ ແລະ ມາດ​ຕະ​ການ​ດີ​ຈີ​ຕອນ​ດີ​ເດັ່ນ

ຕອນ​ບ່າຍ​ວັນ​ທີ 28 ພຶ​ດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ອຸ​ປະ​ຖຳ​ຈາກ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົມ​ຊ​ອັບ​ແວ ແລະ ການ​ບໍ​ລິ​ການ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ຫວຽດ​ນາມ (VINASA) ໄດ້​ຈັດ​ພິ​ທີ​ເຊີດ​ຊູ ແລະ ມອບ​ລາງວັນ ຊາວ​ເຄວ ປີ 2026.

Top