• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຕ້ອງ​ປ່ຽນ​ແປງ​ໃໝ່​ວ​ຽກ​ງານ​ການ​ຈັດ​ຕັ້ງ, ພະ​ນັກ​ງານ​ໃຫ້​ເໝາະ​ສົມ​ກັບ​ຮູບແບບ, ກົງ​ຈັກ​ໃໝ່

ເອ​ກະ​ສານ​ສະ​ບັບ​ໃໝ່, ຖ້າ​ສູນ​ກາງ​ຕັດ​ສິນ​ປະ​ກາດ​ໃຊ້, ຕ້ອງ​ສືບ​ທອດ, ເພີ່ມ​ເຕີມ ແລະ ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 28, ບໍ່​ເຮັດ​ໃຫ້​ຂາດ​ວັກ​ຂາດ​ຕອນ​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່​ທີ່​ໄດ້​ອອກ​ເຫື່ອ​ເທ​ແຮງ, ປະ​ຕິ​ບັດ​ຜ່ານຫຼາຍ​ໄລ​ຍະ, ຫຼາຍ​ສະ​ໄໝ​ຈຶ່ງ​ກຳ​ນົດ​ໄດ້.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VNA)  

ຕ້ອງ​ປ່ຽນ​ແປງ​ໃໝ່​ກາ​ນ​ຈັດ​ຕັ້ງ, ພະ​ນັກ​ງານ​ໃຫ້​ເໝາະ​ສົມ​ກັບ​ຮູບ​ແບບ, ກົງ​ຈັກ​ໃໝ່. ນັ້ນ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ທີ່​ການ​ເຮັດ​ວຽກ​ກັບ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ໃນ​ຕອນ​ເຊົ້າ​ວັນ​ທີ 20 ສິງ​ຫາ, ຢູ່​ຫ້ອງວ່າ​ການ​ສູນ​ກາງ​ພັກ (ຮ່າ​ໂນ້ຍ), ກ່ຽວ​ກັບ​ແຜນ​ຮ່າງ​ສະຫຼຸບ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 28, ລົງວັນ​ທີ 17 ພະ​ຈິກ 2022 ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຊຸດ​ທີ 13 ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ, ກຳ​ອຳ​ນາດ​ຂອງ​ພັກ​ຕໍ່​ລະ​ບົບ​ການ​ເມືອງ​ໃນ​ໄລ​ຍະ​ໃໝ່.

ພາຍຫຼັງ​ຮັບ​ຟັງ​ບົດ​ລາຍ​ງານ ແລະ​ບັນ​ດາ​ຄຳ​ເຫັນ​ປະ​ກອບ​ຢູ່ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ເອ​ກະ​ສານ​ສະ​ບັບ​ໃໝ່, ຖ້າ​ສູນ​ກາງ​ຕັດ​ສິນ​ປະ​ກາດ​ໃຊ້, ຕ້ອງ​ສືບ​ທອດ, ເພີ່ມ​ເຕີມ ແລະ ຜັນ​ຂະ​ຫຍາຍ​ມະ​ຕິ​ເລກ​ທີ 28, ບໍ່​ເຮັດ​ໃຫ້​ຂາດ​ວັກ​ຂາດ​ຕອນ​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່​ທີ່​ໄດ້​ອອກ​ເຫື່ອ​ເທ​ແຮງ, ປະ​ຕິ​ບັດ​ຜ່ານຫຼາຍ​ໄລ​ຍະ, ຫຼາຍ​ສະ​ໄໝ​ຈຶ່ງ​ກຳ​ນົດ​ໄດ້. ກ່ຽວ​ກັບ​ທິດ​ທາງ​ໃຫຍ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເຫັນ​ດີ​ໂດຍ​ພື້ນ​ຖານ​ຕໍ່​ບັນ​ດາ​ຂໍ້​ສະ​ເໜີ​ຂອງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ, ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ກຳ​ອຳ​ນາດ​ບໍ່​ໄດ້ປ່ຽນ​ແປງ​ທາດ​ແທ້, ຫຼັກ​ການ ແລະ ວິ​ທີ​ການ​ນຳ​ພາ​ໂດ​ຍ​ພື້ນ​ຖານ​ຂອງ​ພັກ, ຫາກ​ຍັງ​ເຮັດ​ໃຫ້​ການ​ນຳ​ພາ​ຖືກ​ຕ້ອງ, ມີ​ວິ​ທະ​ຍາ​ສາດ, ມີ​ປະ​ຊາ​ທິ​ປະ​ໄຕ, ເລິກ​ເຊິ່ງ ແລະ ມີ​ປະ​ສິ​ດ​ທິ​ຜົນ​ກວ່າ.

ຢຶດໝັ້ນ​ກັບ​ການ​ປ່ຽນ​ແປງ​ໃໝ່, ການ​ນຳ​ພາ​ຢ່າງ​ຮອບ​ດ້ານ​ແຕ່​ຖືກ​ກັບ​ບົດ​ບາດ​ໜ້າ​ທີ່, ສິດ​ອຳ​ນາດ; ສຸມ​ໃສ່​ເປັນ​ເອ​ກະ​ພາບ​ແຕ່​ຕ້ອງ​ເສີມ​ຂະ​ຫຍາຍ​ຄວາມ​ເປັນ​ເຈົ້າ​ການ; ມີ​ການ​ແບ່ງ​ຂັ້ນ​ຢ່າງ​ແຮງ​ໄປ​ຄຽງ​ຄູ່​ກັບ​ການ​ຄວບ​ຄຸມ​ສິດ​ອຳ​ນາ​ດ; ເຕັກ​ໂນ​ໂລ​ຢີ​ບໍ່​​ສາ​ມາດປ່ຽນແທນ​ຄວາມ​ຮັບ​ຜິດ​ຊອບ​ດ້ານ​ການ​ເມືອງ ແລະ ການ​ຕັດ​ສິນ​ຂອງ​ຄົນ​ໄດ້. ​ແກນ​ເສົາລຸ​ລ່ວງ​ແມ່ນ ຈາກນະ​ໂຍ​ບາຍ​ຊີ້​ຂາດ​ທີ່​ຖືກ​ຕ້ອງໄປ​ເຖິງ ໝາກ​ຜົນ​ທີ່​ແທດ​ຈິງ. ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແມ່ນ​ພາກ​ສ່ວນ​ສ້າງ ຄຸນ​ນະ​ພາບ​ການ​ນຳພາ​ກຳ​ອຳ​ນາດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ສໍ້​ໂກງແຫຼ່ງ ​ຕົ້ນ​ກຳ​ເນີດ ແລະ ເປັນ​ປະ​ເທດຄ່ຽນ​ຖ່າຍ​ສິນ​ຄ້າ​ແບບ​ຜິດ​ກົດ​ໝາຍ

ຫວຽດ​ນາມ ເດັດ​ດ່ຽວ​ສະ​ກັດ​ກັ້ນ​ການ​ສໍ້​ໂກງແຫຼ່ງ ​ຕົ້ນ​ກຳ​ເນີດ ແລະ ເປັນ​ປະ​ເທດຄ່ຽນ​ຖ່າຍ​ສິນ​ຄ້າ​ແບບ​ຜິດ​ກົດ​ໝາຍ

ຫວຽດ​ນາມ​ມີ​ແຜນ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ການ​ຄ້າ​ທີ່​ໂປ່ງ​ໃສ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ບົນ​ພື້ນ​ຖານ​ເສ​ລີ​ພາບ, ຍຸ​ຕິ​ທຳ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສອດ​ຄ່ອງ​ກັບ​ບັນ​ດາ​ຂໍ້​ຕົກ​ລົງ​ສອງ​ຝ່າຍ, ຫຼາຍ​ຝ່າຍ, ກໍ່​ຄື​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ອົງ​ການ​ການ​ຄ້າ​ໂລກ

Top