• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຈະ​ມີ​ສານ​ສຳ​ຄັນ​ຢູ່ ສປ​ຊ

ໃນລະຫວ່າງວັນທີ 22 – 24 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ກອງປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສສ.ຫວຽດນາມ ໂຕເລິມ (ພາບ: TTXVN)

ໃນລະຫວ່າງວັນທີ 21 – 27 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ສສ.ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອະນາຄົດ, ສະມັດຊາໃຫຍ່ ສປຊ ຊຸດທີ 79, ເຮັດວຽກຢູ່ ອາເມລິກາ; ຫຼັງຈາກນັ້ນຈະໄປຢ້ຽມຢາມທາງລັດຖະກິດຢູ່ ກຸຍບາ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ທ່ານປະທານປະເທດ ສ.ກຸຍບາ Miguel Diaz Canel Bermudez ພ້ອມກັບພັນລະຍາ.

ໃນຂະນະນັ້ນ, ໃນລະຫວ່າງວັນທີ 22 – 24 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ກອງປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ. ນີ້ແມ່ນການເດີນທາງປະຕິບັດງານເຂົ້າຮ່ວມການເຄື່ອນໄຫວການຕ່າງປະເທດຫຼາຍຝ່າຍ ແລະ ເຮັດວຽກຄັ້ງທຳອິດຢູ່ ອາເມລິກາຂອງທ່ານເລຂາທິການໃຫຍ່, ປະທານປະເທດໃນຖານະຕຳແໜ່ງໃໝ່. ໃນຂະນະນັ້ນ, ການເດີນທາງໄປປະຕິບັດງານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມຢູ່ ອາເມລິກາ ໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 1 ປີທີ່ສອງປະເທດຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ພວມຕັ້ງໜ້າກະກຽມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາໃນປີ 2025.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໃຫ້ຮູ້ວ່າ ໃນຂອບເຂດການເດີນທາງໄປປະຕິບັດງານ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຈະມີການພົບປະສອງຝ່າຍສຳຄັນ ກັບການນຳອຳນາດການປົກກຄອງ ອາເມລິກາ, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເຫດການມຸ່ງໄປເຖິງການສະເຫຼີມສະຫຼອງ30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອາເມລິກາ ແລະ 1 ປີແຫ່ງການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ກໍ່ຄືບັນດາການພົບປະ, ເຮັດວຽກໂດຍການເຂົ້າຮ່ວມຂອງເຈົ້າໜ້າທີ່, ວິສາຫະກິດ, ນັກຊ່ຽວຊານ, ນັກຮຽນຮູ້ແຖວໜ້າຂອງ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ສປຊ, ລັດເຊຍ, ການາດາ ຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi

ສປຊ, ລັດເຊຍ, ການາດາ ຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi

ເຮືອບິນຂອງກະຊວງສຸກເສີນສະຫະພັນ ລັດເຊຍ ໄດ້ສົ່ງຈຳນວນເຄື່ອງອຸປະຖຳມະນຸດສະທຳກວ່າ 35 ລ້ານໂຕນມາ ຫວຽດນາມ ເພື່ອໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຈາກພາຍຸ Yagi.

Top