ຂ່າວສານ
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພົບປະກັບຜູ້ແທນ 100 ຄົນໃນລາຍການ “ວຽກດີຄົນເດັ່ນ” ຂອງວິທະຍຸໂທລະພາບ ຫວຽດນາມ
“ວຽກດີແຕ່ລະວຽກ ລ້ວນແຕ່ເຮັດໃຫ້ສັງຄົມອົບອຸ່ນກວ່າ, ມີຄວາມມະນຸດສະທຳກວ່າ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໃນການພົບປະກັບຜູ້ແທນ 100 ຄົນໃນລາຍການ “ວຽກດີຄົນເດັ່ນ” ຂອງ ໂທລະພາບແຫ່ງຊາດ ຫວຽດນາມ ທີ່ດຳເນີນໃນຕອນເຊົ້າວັນທີ 10 ມິຖຸນາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີ ແຫ່ງວັນປະທານ ໂຮ່ຈີມິນ ຮຽກຮ້ອງເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ (ວັນທີ 11 ມິຖຸນາ 1948 – 11 ມິຖຸນາ 2026). ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນັ້ນໜັກວ່າ:
“ຈົ່ງຖືເປັນສຳຄັນມາດຕະຖານຄວາມເປັນມະນຸດ ຫວຽດນາມ ໃນສະໄໝໃໝ່ ແລະ ສະພາບແວດລ້ອມສັງຄົມທີ່ອວຍນວຍຄວາມສະດວກເພື່ອໃຫ້ວຽກດີຄົນເດັ່ນໄດ້ຮັບການປົກປ້ອງ ແລະ ແຜ່ກະຈາຍ. ພວກເຮົາຕ້ອງການບຸກຄົນທີ່ມີນ້ຳໃຈຮັກຊາດ, ມີຈັນຍາບັນ, ມີພູມປັນຍາ, ເມດຕາປານີ, ສັດຊື່ບໍລິສຸດ, ມີຄວາມຮັບຜິດຊອບ, ມີລະບຽບວິໄນ, ປະດິດຄິດສ້າງ ແລະ ມີຄວາມຄາດຫວັງບືນຕົວຂຶ້ນ. ພ້ອມດຽວກັນນັ້ນ, ຕ້ອງມີການຮັບຮູ້, ຍ້ອງຍໍຊົມເຊີຍຢ່າງທັນການ ແລະ ສົມຄວນ, ປົກປ້ອງບັນດາການກະທຳທີ່ກ້າຫານ, ມະນຸດສະທຳ, ເພື່ອຜົນປະໂຫຍດລວມ; ປັບໄໝບັນດາກໍລະນີທີ່ສວຍໃຊ້ຜູ້ໃຈດີ, ສະແຫວງຫາກຳໄລຈາກການກຸສົນ ຫຼື ແອບອ້າງຄວາມເມດຕາປານີ, ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈໃນສັງຄົມຖືກເສື່ອມຖອຍໄປ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ຮຽກຮ້ອງໃຫ້ເສີມຂະຫຍາຍບົດບາດຂອງສື່ມວນຊົນ, ການສື່ສານ, ວັນນະຄະດີສິລະປະ, ການສຶກສາ ແລະ ບັນດາແອັບດີຈີຕອນໃນການແຜ່ກະຈາຍຄຸນຄ່າທີ່ຕັ້ງໜ້າຢ່າງແຮງ.






