• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຢືນ​ຢັນ​ການຊ່ວຍເຫຼືອ​ຫວຽດ​ນາມ ໃນ​ການ​ຊຸກ​ຍູ້ການຫັນ​ປ່ຽນ​ພະ​ລັງ​ງານ

ໃນການເຮັດວຽກກັບທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດໃນວັນທີ 18 ພຶດສະພາ, ທ່ານ Selwin Hart ທີ່ປຶກສາພິເສດຂອງທ່ານເລຂາທິການໃຫຍ່ຮັບຜິດຊອບກ່ຽວກັບບັນຫາດິນຟ້າອາກາດ.

ໃນການເຮັດວຽກກັບທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດໃນວັນທີ 18 ພຶດສະພາ, ທ່ານ Selwin Hart ທີ່ປຶກສາພິເສດຂອງທ່ານເລຂາທິການໃຫຍ່ຮັບຜິດຊອບກ່ຽວກັບບັນຫາດິນຟ້າອາກາດ.

   

ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ແລະ ທ່ານ Selwin Hart ທີ່ປຶກສາພິເສດຂອງທ່ານເລຂາທິການໃຫຍ່

ຜູ້ຊ່ວຍເລຂາທິການໃຫ່ຍ ໄດ້ມອບຈົດໝາຍຂອງທ່ານເລຂາທິການໃຫ່ຍສະຫະປະຊາຊາດ ຫາທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ຢືນຢັນວ່າ ສະຫະປະຊາຊາດ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ໃນການສ້າງຕັ້ງການພົວພັນຄູ່ຮ່ວມມືດ້ານການຫັນປ່ຽນພະລັງງານກັບກຸ່ມບັນດາປະເທດ G7.

ໃນຈົດໝາຍ, ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ ໄດ້ຊົມເຊີຍ ຫວຽດນາມ ທີ່ຕັດສິນໃຈຍົກອອກຄຳໝັ້ນສັນຍາຢ່າງແຮງທີ່ກອງປະຊຸມຄັ້ງທີ 26 ຂອງປະເທດສະມາຊິກສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວການປ່ຽນແປງຂອງດິນຟ້າອາກາດ (COP-26); ຊົມເຊີຍຂໍ້ຕົກລົງຂອງບັນດາປະເທດ G7 ຫວ່າງມໍ່ໆມານີ້ທີ່ໃຫ້ບຸລິມະສິດແກ້ ຫວຽດນາມ ສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານ.

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ກ່າວຄຳຂອບໃຈຕໍ່ການໜູນຊ່ວຍເຊິ່ງສະຫະປະຊາຊາດ ແລະ ສ່ວນຕົວ ທ່ານເລຂາທິການໃຫຍ່ສະຫະປະຊາຊາດທີ່ສະຫງວນໃຫ້ແກ່ຫວຽດນາມ, ໂດຍໃຫ້ຮູ້ວ່າຈະສົ່ງຈົດໝາຍໃຫ້ທ່ານນາຍົກລັດຖະມົນຕີ ໂດຍໄວ ແລະ ເນັ້ນໜັກວ່າ ຈະສືບຕໍ່ປສານສົມທົບກັນຢ່າງແໜ້ນແຟ້ນກັບຜູ້ຊ່ວຍທ່ານເລຂາທິການໃຫຍ່ Selvin Hart ແລະ  ບັນດາອົງການສະຫະປະຊາຊາດໃນເລື່ອງນີ້.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top