• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ ເຮົ້າ​ຢາງ

ຕອນບ່າຍວັນທີ 24 ກັນຍາ, ຢູ່ຈຸດຖ່າຍທອດສົດ ຮ່າໂນ້ຍ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ມີການພົບປະທາງໄກກັບຜູ້ມີສິດເລືອກຕັ້ງແຂວງ ເຮົ້າຢາງ ກ່ອນດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ XV.
ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ພົບປະທາງໄກກັບຜູ້ມີສິດເລືອກຕັ້ງແຂວງ ເຮົ້າຢາງ (ພາບ: quochoi.vn)

ກອງປະຊຸມນີ້ຖືກຈັດຂຶ້ນຢູ່ສະຖານທີ່ຖ່າຍທອດສົດ 10 ຈຸດ, ເຊິ່ງລວມມີ: ຮ່າໂນ້ຍ, ແຂວງ ເຮົ້າຢາງ ແລະ 8 ເມືອງສັງກັດແຂວງ ເຮົ້າຢາງ.

        ທີ່ກອງປະຊຸມ, ຜູ້ມີສິດເລືອກຕັ້ງແຂວງ ເຮົ້າຢາງ ໄດ້ລາຍງານ ແລະ ສະເໜີກ່ຽວກັບບັນດາບັນຫາຄື: ມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19; ບັນດາຄວາມຫຍຸ້ງຍາກຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ - 19; ລະບອບ, ນະໂຍບາຍຊ່ວຍໜູນສັງຄົມ ກໍຄືການປະຕິບັດບັນດານະໂຍບາຍໜູນຊ່ວຍແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ, ວິສາຫາກິດທີ່ຖືກຜົນກະທົບຈາກໂລກລະບາດ; ຄວາມຫຍຸ້ງຍາກດ້ານທຶນຮອນເພື່ອເຄື່ອນໄຫວການຜະລິດຄືນໃໝ່…

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top