• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ປະທານ​ປະ​ເທດ​ ດັ້ງ​ທິງ​ອັກທິ້ງ ຢ້ຽມຢາມອັດ​ສະ​ວິນ ​ເລ​ດຶກ​ທິ້ງ - ຊາວ​ຄິຼດດີເດັ່ນ​

ຕອນບ່າຍວັນທີ 18 ທັນວາ, ຢູ່ນະຄອນໂຮ່ຈີມິນ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອັກທິ້ງ ໄດ້ໄປຢ້ຽມຢາມ ແລະ ອວຍພອນວັນບຸນ ຄຼິດສະມາດ ປີ 2019 ຢູ່ ເຮືອນຂອງອັດສະວິນເລດຶກທິ້ງ - ຊາວຄຼິດດີເດັ່ນ.

ທ່ານຮອງປະທານປະເທດ ດັ້ງທິງອັກທິ້ງ ຢ້ຽມຢາມທ່ານ ເລດຶກທິ້ງ

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເນັ້ນໜັກວ່າ ພັກ, ລັດ ຕີລາຄາສູງຕໍ່ການປະກອບສ່ວນຂອງບັນດາອົງການສາສະໜາ, ພໍ່ແມ່ພີ່ນ້ອງຊາວຄຼິດ, ຜູ້ມີຍົດຖາບັນດາສັກ... ໂດຍສະເພາະແມ່ນຜ່ານບັນດາຂະບວນການກໍ່ສ້າງຊົນນະບົດໃໝ່, ຮ່ວມແຮງຮ່ວມໃຈເພື່ອປະຊາຊົນຜູ້ທຸກຍາກ... ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ປາດຖະໜາວ່າ ທ່ານ ເລດຶກທິ້ງ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊາວຄຼິດ ຈະສືບຕໍ່ປະກອບສ່ວນ, ຮ່ວມແຮງຮ່ວມໃຈສ້າງສາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ ແລະ ວັດທະນາຖາວອນ.

        ສ່ວນທ່ານ ເລດຶກທິ້ງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ຄວາມເອົາໃຈໃສ່ຂອງພັກ, ລັດ ແລະ ລັດຖະບານ ທີ່ມີຕໍ່ຄອບຄົວທ່ານ ກໍຄືພໍ່ແມ່ປະຊາຊົນຊາວຄຼິດ, ພ້ອມທັງຢັ້ງຢືນວ່າ ຍາມໃດຕົນເອງກໍປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງ ພັກ ແລະ ລັດເປັນຢ່າງດີ, ສືບຕໍ່ຮ່ວມເດີນທາງກັບການພັດທະນາກ້າວຂຶ້ນຂອງນະຄອນ ໂຮ່ຈີມິນ ເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ໃນ​ໄລ​ຍະ​ໃໝ່

ຫວຽດ​ນາມ - ລາວ ປັບ​ປຸງ​ສາຍ​ພົວ​ພັນ “ຫຸ້ນ​ສ່ວນ​ຍຸດ​ທະ​ສາດ” ໃນ​ໄລ​ຍະ​ໃໝ່

ວັນທີ 26 ມັງກອນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ. ລາວ ແລະ ພັນລະຍາ ໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 26 – 27 ມັງກອນ, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ປະກອບສ່ວນຍົກລະດັບການພົວພັນ ແລະ ກຳນົດທິດການຮ່ວມມືຮອບດ້ານ, ມີປະສິດທິຜົນ ແລະ ແທດຈິງຂອງໄລຍະພັດທະນາໃໝ່.

Top