• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ດຶກ​ເຟິກ ຈະ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ອາ​ເມ​ລິ​ກາ ແລະ ຢ້ຽມ​ຢາມ​ກຸຍ​ບາ​ຢ່າງ​ເປັນ​ທາງ​ການ

ການຢ້ຽມຢາມເຮັດວຽກຢູ່ ອາເມລິກາ ຂອງທ່ານຮອງນາຍົກລັດຖະມົນຕ ໂຮ່ດຶກເຟິກ ໄດ້ດຳເນີນໃນສະພາບການສອງປະເທດພວມດຳເນີນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (12/7/1995 - 12/7/2025).
ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ (ພາບ: quochoi.vn)

ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ຈະເຂົ້າຮ່ວມໂຄງການໂອ້ລົມສົນທະນານະໂຍບາຍລະດັບສູງຢູ່ ມະຫາວິທະຍາໄລ Columbia ຢູ່ນິວຢອກ, ຢ້ຽມຢາມເຮັດວຽກຢູ່ ອາເມລິກາ ແລະ ຢ້ຽມຢາມກຸຍບາຢ່າງເປັນທາງການໃນລະຫວ່າງວັນທີ 6 – 14 ເມສາ.

ການຢ້ຽມຢາມເຮັດວຽກຢູ່ ອາເມລິກາ ຂອງທ່ານຮອງນາຍົກລັດຖະມົນຕ ໂຮ່ດຶກເຟິກ ໄດ້ດຳເນີນໃນສະພາບການສອງປະເທດພວມດຳເນີນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (12/7/1995 - 12/7/2025).  ຫວຽດນາມ ຖືອາເມລິກາແມ່ນຄູ່ຮ່ວມມືທີີ່ມີລະດັບຄວາມສຳຄັນຍຸດທະສາດ. ບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ພວມຕັ້ງໜ້າແກ້ໄຂບັນດາຄວາມສົນໃຈໃນປັດຈຸບັນຈາກຝ່າຍອາເມລິກາ ໃນການພົວພັນ ເສດຖະກິດ - ການຄ້າ - ການລົງທຶນ.

ປີ 2025 ແມ່ນປີ ຫວຽດນາມ ແລະ ກຸຍບາ ສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງກນາທູດ (2/12/1960 - 2/12/2025). ປັດຈຸບັນ ກຸຍບາແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິນ, ໃນຂະນະທີ່ ຫວຽດນາມ ສວມບົດບາດແມ່ນນັກລົງທຶນຕ່າງປະເທດໃຫຍ່ທີ່ສຸດຢູ່ ກຸຍບາ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ຫວຽດ​ນາມ ແລະ ແຄນ​ຢາ ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າຄວາມສາມາດບົ່ມຊ້ອນໃນການຮ່ວມມືຍັງເປັນຈຳນວນຫຼາຍ, ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ແຄນຢາໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖີງ.

Top