ຂ່າວສານ
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມ ພິທີປຸກລະດົມເດືອນກະທຳເພື່ອເດັກນ້ອຍ ປີ 2024
ໂດຍໄດ້ດຳເນີນແຕ່ວັນທີ 1 ມິຖຸນາ ຫາວັນທີ 30 ມິຖຸນາ, ເຫດການເພື່ອແນໃສ່ຊຸກຍູ້ຂະບວນການທົ່ວປວງຊົນເບິ່ງແຍງດູແລ, ສຶກສາ ແລະ ປົກປ້ອງເດັກນ້ອຍ. ທ່ານນາງ ຫງວຽນທິງາ, ຮອງຫົວໜ້າກົມເດັກນ້ອຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:
ໃນເດືອນກະທຳເພື່ອເດັກນ້ອຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສຸມໃສ່ຜັນຂະຫຍາຍ 3 ກຸ່ມໜ້າທີ່. ທີໜຶ່ງແມ່ນ ພິທີປຸກລະດົມເດືອນກະທຳເພຶ່ອເດັກນ້ອຍແຫ່ງຊາດ ປີ 2024 ຢູ່ໂຮງລະຄອນ ຊົງເຮືອງ ຂອງແຂວງ ເທື່ອທຽນເຫ້ວ. ທີສອງແມ່ນ ຈັດຕັ້ງບັ້ນໂຄສະນາ, ສ່ອງແສງບັນດາຮູບແບບ, ວິທີການທີດີ ຂອງຫຼາຍທ້ອງຖິ່ນທີ່ໄດ້ບຸລິມະສິດແຫຼ່ງກຳລັງ, ນະໂຍບາຍ ໃຫ້ແກ່ຖັນແຖວພະນັກງານ, ທ້ອງຖິ່ນ ປະຕິບັດວຽກງານກ່ຽວກັບເດັກນ້ອຍ ໃນໄລຍະຜ່ານມາ. ທີສາມ, ກະຊວງຈະເປັນເຈົ້າພາບຈັດຕັ້ງ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຈັດຕັ້ງກອງປະຊຸມທາງໄກທົ່ວປະເທດ ກ່ຽວກັບວຽກງານເດັກນ້ອຍ. ສືບຕໍ່ຄາດຄະເນ ຕີລາຄາວຽກງານເດັກນ້ອຍໃນໄລຍະຈະມາເຖິງ, ພ້ອມທັງວາງອອກບັນດາວິທີການແກ້ໄຂທີ່ເໝາະສົມ ເພື່ອໃຫ້ ຫວຽດນາມ ປະຕິບັດສິດທິເດັກ ໃຫ້ນັບມື້ນັບດີກ່ວາເກົ່າ.
ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າຢັ້ງຢືນວ່າ: ຕອນຍັງມີຊີວິດຢູ່ ປະທານໂຮ່ຈີມິນ ຍາມໃດກໍ່ຍົກສູງບົດບາດ, ພິເສດແມ່ນການສຶກສາຂອງຄອບຄົວ, ການສຶກສາຂອງຮາກຖານຫຼໍ່ລ້ຽງ, ສ້າງບຸກກະລິກກະພາບ ສິດສອນເພີ່ມເຕີມຮູບແບບຄຸນສົມບັດ ພ້ອມກັບພູມປັນຍາຂອງເດັກນ້ອຍ. ເພາະສະນັ້ນ, ພັກ, ລັດ, ຄອບຄົວ, ສັງຄົມ… ຍາມໃດກໍ່ສະຫງວນສິ່ງທີ່ດີທີ່ສຸດໃຫ້ແກ່ເດັກນ້ອຍ.