ຂ່າວສານ
ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເຂົ້າຮ່ວມກອງປະຊຸມສະຫຼຸບໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງຕໍ່ເລື່ອງມີສະຖານທີ່ຫຼາຍແຫ່ງໄດ້ມີຈິດຕະນາກອນ, ວິທີການໃໝ່, ລະດົມແຫຼ່ງກຳລັງອັນໃຫຍ່ຫຼວງ ແລະ ຫຼາຍຮູບແບບໃຫ້ແກ່ການກໍ່ສ້າງຊົນນະບົດໃໝ່. ຢູ່ທ້ອງຖິ່ນຫຼາຍແຫ່ງໄດ້ຕິດພັນນະໂຍບາຍກໍ່ສ້າງຊົນນະບົດໃໝກັບການພັດທະນາການຫາລ້ຽງຊີບ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂເງື່ອນໄຂຫຍຸ້ງຍາກກ່ຽວກັບຊັບພະຍາກອນທຳມະຊາດ.
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ບັນດາທ້ອງຖິ່ນສືບຕໍ່ປະຕິບັດວຽກງານໂຄສະນາເປັນຢ່າງດີ, ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດເຈົ້າກຳຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃໝ່, ຫຼີກລ້ຽງແນວຄິດພໍໃຈກັບຕົວເອງ, ເປັນຕົ້ນແມ່ນຢູ່ບັນດາຕາແສງ, ເມືອງທີ່ໄດ້ຮັບຮອງວ່າບັນລຸໄດ້ມາດຕະຖານຊົນນະບົດໃໝ່ແລ້ວ.
(ແຫຼ່ງຄັດຈາກ VOV)