ຂ່າວສານ

ທ່ານ​ຮອງ​ນາຍ​ົກ​ລັດ​ຖະ​ມົນ​ຕີ ເວືອງ​ດິ່ງ​ເຫ້ວ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະຫຼຸບ​ໂຄງ​ກາ​ນ​ເປົ້າ​ໝາຍ​ແຫ່ງ​ຊາດກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່

ຕອນເຊົ້າວັນທີ 17 ສິງຫາ, ຢູ່ນະຄອນ ວິງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ສົມທົມກັບແຂວງເງະອານ, ຈັດຕັ້ງກອງປະຊຸມສະຫຼຸບໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ເຂດທົ່ງພຽງແມ່ນ້ຳແດງ ແລະ ທາງທິດເໜືອພາກກາງໄລຍະ 2010 – 2020.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN
)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕີລາຄາສູງຕໍ່ເລື່ອງມີສະຖານທີ່ຫຼາຍແຫ່ງໄດ້ມີຈິດຕະນາກອນ, ວິທີການໃໝ່, ລະດົມແຫຼ່ງກຳລັງອັນໃຫຍ່ຫຼວງ ແລະ ຫຼາຍຮູບແບບໃຫ້ແກ່ການກໍ່ສ້າງຊົນນະບົດໃໝ່. ຢູ່ທ້ອງຖິ່ນຫຼາຍແຫ່ງໄດ້ຕິດພັນນະໂຍບາຍກໍ່ສ້າງຊົນນະບົດໃໝກັບການພັດທະນາການຫາລ້ຽງຊີບ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂເງື່ອນໄຂຫຍຸ້ງຍາກກ່ຽວກັບຊັບພະຍາກອນທຳມະຊາດ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ບັນດາທ້ອງຖິ່ນສືບຕໍ່ປະຕິບັດວຽກງານໂຄສະນາເປັນຢ່າງດີ, ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດເຈົ້າກຳຂອງປະຊາຊົນໃນການກໍ່ສ້າງຊົນນະບົດໃໝ່, ຫຼີກລ້ຽງແນວຄິດພໍໃຈກັບຕົວເອງ, ເປັນຕົ້ນແມ່ນຢູ່ບັນດາຕາແສງ, ເມືອງທີ່ໄດ້ຮັບຮອງວ່າບັນລຸໄດ້ມາດຕະຖານຊົນນະບົດໃໝ່ແລ້ວ.

(ແຫຼ່ງຄັດຈາກ VOV)


top