• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາ​ດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ເພາະ​ກິດ​ເພດ​ຍິງ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດສະເພາະກິດເພດຍິງ, ພະນັກງານເພດຍິງ ຈົ່ງສືບຕໍ່ປະກອບສ່ວນໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ພົບປະກັບສະມາຊິກສະພາແຫ່ງຊາດສະເພາະກິດເພດຍິງ (ພາບ: quochoi.vn)

ເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສ້າງຕັ້ງສະຫະພັນແມ່ຍິງ ຫວຽດນາມ ແລະ ວັນແມ່ຍິງ ຫວຽດນາມ (20/10/1930 – 20/10/2024), ຕອນບ່າຍວັນທີ 15 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເປັນປະທານງານພົບປະສະມາຊິກສະພາແຫ່ງຊາດສະເພາະກິດເພດຍິງຢູ່ຂັ້ນສູນກາງ, ພະນັກງານເພດຍິງຂັ້ນຫົວໜ້າກົມຂອງຫ້ອງວ່າການສະພາແຫ່ງຊາດ, ສະຖາບັນຄົ້ນຄວ້ານິຕິບັນຍັດ. ກ່າວຄຳເຫັນໃນການພົບປະ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດສະເພາະກິດເພດຍິງ, ພະນັກງານເພດຍິງ ຈົ່ງສືບຕໍ່ປະກອບສ່ວນໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດ, ໃນນັ້ນ, ສຸມໃສ່ປະກອບຄຳເຫັນເພື່ອໃຫ້ສະພາແຫ່ງຊາດພິຈາລະນາ, ຕົກລົງຮັບຮອງເອົາຮ່າງກົດໝາຍ, ມະຕິ, ປະກາດໃຊ້ບັນດາກົນໄກ, ນະໂຍບາຍທີ່ນອນໃນສິດອຳນາດແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການພັດທະນາ, ປ່ຽນໃໝ່ຈິນຕະນາການສ້າງກົດໝາຍໃຫ້ທັນການ, ເພີ່ມທະວີການແບ່ງຂັ້ນ, ແບ່ງສິດ; ເສີມຂະຫຍາຍພູມປັນຍາ, ຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈ, ຄວາມເກັ່ງກ້າສາມາດ ແລະ ຈັນຍາບັນໃນລະດັບສູງສຸດ, ປະກອບສ່ວນຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top