• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ໃຊ້​ຄວາມ​ຮຸນ​ແຮງ​ດ້ວຍ​ປືນ

ທ່ານປະທານາທິບໍດີ ອາເມລິກາ Joe Biden ຮຽກຮ້ອງໃຫ້ຈັດວາງຄຳສັ່ງຫ້າມຂາຍບັນດາປະເພດອາວຸດບຸກໂຈມຕີ ແລະ ລູກປືນຈຳນວນຫຼາຍໃນທົ່ວປະເທດ ອາເມລິກາ.
ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ອາເມລິກາ ຄົບຮອບ 247 ປີ (04/07/1776 – 04/07/2023), ວັນທີ 4 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຮຽກຮ້ອງໃຫ້ຈັດວາງຄຳສັ່ງຫ້າມຂາຍບັນດາປະເພດອາວຸດບຸກໂຈມຕີ ແລະ ລູກປືນຈຳນວນຫຼາຍໃນທົ່ວປະເທດ ອາເມລິກາ.

ການນຳ ອາເມລິກາ ຮຽກຮ້ອງໃຫ້ເກັບຮັກສາອາວຸດຢູ່ບ່ອນປອດໄພ ແລະ ຢຸດຕິການຍົກເວັ້ນຄວາມຮັບຜິດຊອບ ສຳລັບບັນດາບໍລິສັດຜະລິດປືນ, ກໍຄືກຳນົດການກວດກາສ່ວນຕົວ ເປັນຄຳຮຽກຮ້ອງຈຳເປັນຢູ່ທຸກລັດ. ທ່ານປະທານາທິບໍດີ ອາເມລິກາ ກໍກະຕຸກຊຸກຍູ້ບັນດາສະມາຊິກລັດຖະສະພາຂອງພັກສາທາລະນະຢູ່ ສະພາແຫ່ງຊາດ ເຂົ້າຮ່ວມການປຶກສາຫາລືກ່ຽວກັບການປະຕິຮູບຕ່າງໆ ເພື່ອຄວບຄຸມປືນ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top