• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຈັດ​ວາງ​​ອັດ​ຕາພາ​ສີ 25% ສຳ​ລັບ ເຫຼັກ​ກ້າ ແລະ ອາ​ລູມີ​ນຽມ​ນຳ​ເຂົ້າ ຢ່າງ​ເປັນ​ທາງ​ການ

ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ລົງນາມໃນລັດຖະດຳລັດວ່າດ້ວຍການຈັດວາງອັດຕາພາສີເພີ່ມແຕ່ 10% ຂຶ້ນລະດັບ 25% ສຳລັບປະເພດສິນຄ້າເຫຼັກກ້າ ແລະ ອາລູມີນຽມນຳເຂົ້າປະເທດນີ້ ຢ່າງເປັນທາງການ.
ອາເມລິກາ ນາບຂູ່ຈັດວາງອັດຕາພາສີໃໝ່ (ພາບ:Getty Images)

ຕອນຄ່ຳວັນທີ 10 ກຸມພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ໄດ້ລົງນາມໃນລັດຖະດຳລັດວ່າດ້ວຍການຈັດວາງອັດຕາພາສີເພີ່ມແຕ່ 10% ຂຶ້ນລະດັບ 25% ສຳລັບປະເພດສິນຄ້າເຫຼັກກ້າ ແລະ ອາລູມີນຽມນຳເຂົ້າປະເທດນີ້ ຢ່າງເປັນທາງການ. ເມື່ອກ່າວຄຳເຫັນຂະນະລົງນາມໃນລັດຖະດຳລັດສະບັບດັ່ງກ່າວ, ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ອັດຕາພາສີ 25% “ບໍ່ມີກໍລະນີພິເສດ ຫຼື ການຍົກເວັ້ນ” ແລະ ມີຜົນສັກສິດແຕ່ວັນທີ 04 ມີນາ. ການນຳ ອາເມລິກາ ໃຫ້ຮູ້ວ່າ ຈະພິຈາລະນາການຈັດວາງອັດຕາພາສີສຳລັບລົດໂອໂຕ, ຜະລິດຕະພັນການຢາ ແລະ ຊິບ ຄອມພິວເຕີອີກດ້ວຍ.

ທ່ານ Peter Navarro  ທີ່ປຶກສາການຄ້າຂອງທ່ານປະທານາທິບໍດີ Donald Trump  ເນັ້ນໜັກວ່າ ຂໍ້ຕົກລົງສະບັບນີ້ ບໍ່ພຽງແຕ່ແນໃສ່ຈຸດປະສົງການຄ້າເທົ່ານັ້ນ, ຫາກຍັງຢາກຮັບປະກັນວ່າ ອາເມລິກາ ຈະບໍ່ເອື່ອຍອີງຕ່າງປະເທດໃນບັນດາຂົງເຂດອຸດສາຫະກຳສຳຄັນ ຄື ເຫຼັກກ້າ ແລະ ອາລູມີນຽມ. ຕາມທ່ານແລ້ວ, ພາສີເຫຼັກກ້າ ແລະ ອາລູມີນຽມໃນຄັ້ງນີ້ ຈະຢຸດຕິສະພາວະຂາຍບຸບລາຄາຂອງຕ່າງປະເທດ, ຊຸກຍູ້ການຜະລິດພາຍໃນປະເທດ ແລະ ປົກປ້ອງຂະແໜງອຸດສາຫະກຳເຫຼັກກ້າ ແລະ ອາລູມີນຽມ ຄືດັ່ງ “ກະດູກສັນຫຼັງ ແລະ ເສົາຄ້ຳ” ຂອງພື້ນຖານເສດຖະກິດ ແລະ ການປ້ອງກັນຄວາມໝັ້ນຄົງແຫ່ງຊາດຂອງ ອາເມລິກາ.

(ແຫຼ່ງຄັດຈາກ VOV)

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຖະແຫຼງການຮ່ວມ ຫວຽດນາມ - ສິງກະໂປ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການແລກປ່ຽນ, ພົບປະຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ; ຮັກສາກົນໄກຈັດກອງປະຊຸມປະຈຳປີລະຫວ່າງນາຍົກລັດຖະມົນຕີ 2 ປະເທດໃຫ້ມີປະສິດທິຜົນ

Top