• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສ​ະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ບູ​ລະ​ນະ​ລະ​ບົບ​ກ​ົດ​ໝາຍ

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມີຄວາມປາດຖະໜາ ຢາກໃຫ້ບັນດານັກຊ່ຽວຊານ, ນັກກົດໝາຍ ສືບຕໍ່ປະກອບຄຳເຫັນ, ປະກອບສ່ວນປັບປຸງພື້ນຖານທິດສະດີ ແລະ ພຶດຕິກຳຕົວຈິງ, ຈາກນັ້ນ ກຳນົດໄດ້ບັນດາຫຼັກການ ແລະ ທັດສະນະ ໃຫ້ແກ່ການບູລະນະລະບົບກົດໝາຍ ພາຍຫຼັງປີ 2030 ຮອດປີ 2045.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເປັນປະທານການໂອ້ລົມສົນທະນາ

ຕອນເຊົ້າວັນທີ 2 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເປັນປະທານການໂອ້ລົມສົນທະນາລະຫວ່າງ ບັນດານັກຊ່ຽວຊານກ່ຽວກັບບາງເນື້ອໃນທີ່ຮັບໃຊ້ການສ້າງຫົວເລື່ອງສະເພາະ “ຍຸດທະສາດກໍ່ສ້າງ, ບູລະນະລະບົບກົດໝາຍ ແລະ ຈັດຕັ້ງການແຂ່ງຂັນປະຕິບັດກົດໝາຍ ຮອດປີ 2030, ກຳນົດທິດຮອດປີ 2045 ຕອບສະໜອງການກໍ່ສ້າງ, ບູລະນະລັດແຫ່ງກົດໝາຍ ສັງຄົມນິຍົມ ຫວຽດນາມ”. ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ມີຄວາມປາດຖະໜາ ຢາກໃຫ້ບັນດານັກຊ່ຽວຊານ, ນັກກົດໝາຍ ສືບຕໍ່ປະກອບຄຳເຫັນ, ປະກອບສ່ວນປັບປຸງພື້ນຖານທິດສະດີ ແລະ ພຶດຕິກຳຕົວຈິງ, ຈາກນັ້ນ ກຳນົດໄດ້ບັນດາຫຼັກການ ແລະ ທັດສະນະ ໃຫ້ແກ່ການບູລະນະລະບົບກົດໝາຍ ພາຍຫຼັງປີ 2030 ຮອດປີ 2045.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top