• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ: ປະ​ຊາ​ຊົນ​ຕ້ອງ​ເປັນ​ໃຈ​ກາງ​ໃນ​ທຸກ​ຄວາມ​ມາ​ນະ​ພະ​ຍາ​ຍາມ ແລະ ນ​ະ​ໂຍ​ບາຍ​ແຫ່ງ​ຊາດ

ຕອນເຊົ້າວັນທີ 7 ກັນຍາ (ຕາມເວລາ ທ້ອງຖິ່ນ), ຢູ່ນະຄອນຫຼວງ ວຽນນາ, ປະເທດ ສ.ໂອຕາລິດ, ກອງປະຊຸມບັນດາປະທານສະພາແຫ່ງຊາດ ໂລກ ຄັ້ງທີ 5 (WCSP5) ໄດ້ໄຂຂຶ້ນ. ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມ. 
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ

ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຖືວ່າ: ປັດຈຸບັນ, ໂລກພວມປະເຊີນໜ້າກັບສິ່ງທະທາຍທີ່ຮ້າຍແຮງນາໆປະການ ໂດຍເລີ່ມມາຈາກບັນດາການປະທະກັນທີ່ແກ່ຍາວ, ໄພການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ຜົນກະທົບທີ່ຮ້າຍແຮງຂອງການປ່ຽນແປງດິນຟ້າອາກາດ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ແຫຼ່ງນ້ຳ, ເປັນຕົ້ນແມ່ນການທຳລາຍຢ່າງຮ້າຍແຮງຈາກໂລກລະບາດໂຄວິດ - 19… ບົນເນື້ອໃນຈິດໃຈດັ່ງກ່າວ, ບັນດາລັດຖະສະພາຕ້ອງສະແດງໃຫ້ເຫັນບົດບາດນຳພາ ແລະ ຮ່ວມເດີນທາງກັບບັນດາລັດຖະບານ, ຊຸກຍູ້ການຮ່ວມມືຫຼາຍຝ່າຍ, ເຊື່ອມຕໍ່ແຫຼ່ງກຳລັງ, ເສີມຂະຫຍາຍຄວາມມານະພະຍາຍາມ, ກຳລັງຫົວຄິດປະດິດສ້າງ ຂອງປະຊາຊົນແຕ່ລະຄົນ, ວິສາຫະກິດ ເພື່ອຜ່ານຜ່າໂລກລະບາດໂຄວິດ - 19, ປົກປ້ອງຊີວິດອິນຊີ, ສຸຂະພາບຂອງປະຊາຊົນ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ຟື້ນຟູ ແລະພັດທະນາເສດຖະກິດແບບຍືນຍົງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າ:

ທີ 1, ປະຊາຊົນຕ້ອງເປັນໃຈກາງໃນທຸກແຫຼ່ງຄວາມມານະພະຍາຍາມ ແລະນະໂຍບາຍແຫ່ງຊາດ, ທີ 2 ຕ້ອງປະຕິບັດຄວາມສະເໝີພາບໃນການສັກວັກຊິນໃຫ້ແກ່ທຸກຄົນ, ປັບປຸງລະບົບສາທາລະນະສຸກ ທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການຮ່ວມມືໃນການຜະລິດວັກຊິນ, ການຫັນເປັນດີຈີຕອນແຫ່ງຊາດຕ້ອງຕິດພັນກັບການຍົກສູງທັກສະດີຈີຕອນໃຫ້ແກ່ຜູ້ອອກແຮງງານ, ສ້າງຄວາມສະດວກໃຫ້ແກ່ການຜະລິດ, ຈໍລະຈອນສິນຄ້າ ແລະ ການບໍລິການ, ເປີດປະຕູໃຫ້ແກ່ການເດີນທາງໄປມາ ຜ່ານຊາຍແດນ ແຕ່ຮັບປະກັນຄວາມປອດໄພທາງສາທາລະນະສຸກ. ທີ 3, ກົດບັດ ສປຊ, ກົດໝາຍສາກົນ ແລະ ບັນດາອົງການຫຼາຍຝ່າຍມີປະສິດທິຜົນແມ່ນພື້ນຖານໃຫ້ແກ່ການເຊື່ອມຕໍ່ຢ່າງກົມກຽວລະຫວ່າງ ລັດທິຫຼາຍຝ່າຍ ຢູ່ລະດັບທົ່ວໂລກ ດ້ວຍພຶດຕິກຳຕົວຈິງ ຂອງພາກພື້ນ ແລະ ແຫ່ງຊາດ ເພື່ອສັນຕິພາບ, ພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top