• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປ​ະ​ຈຳ ຫວຽດ​ນາມ ສູງ​ປົວ

ທ່ານປະທານສະພາ ແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງບັນດາບາດກ້າວ ໃນການພົວພັນສອງປະເທດໃນໄລຍະຜ່ານມາ, ເປັນຕົ້ນແມ່ນເລື່ອງສອງປະເທດ ເຫັນດີເປັນເອກະພາບສືບຕໍ່ເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງຂຶ້ນຕື່ມ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ສູງປົວ (ພາບ: TTXVN)

ຕອນບ່າຍວັນທີ 8 ມີນາ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານປະທານສະພາແຫ່ງຊດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຈີນ ປະຈຳ ຫວຽດນາມ ສູງປົວ ເພື່ອແນໃສ່ແລກປ່ຽນກ່ຽວກັບການພົວພັນສອງປະເທດ ແລະ ອົງການນິຕິບັນຍັດສອງປະເທດ.

ທີ່ການຕ້ອນຮັບ, ທ່ານປະທານສະພາ ແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງບັນດາບາດກ້າວ ໃນການພົວພັນສອງປະເທດໃນໄລຍະຜ່ານມາ, ເປັນຕົ້ນແມ່ນເລື່ອງສອງປະເທດ ເຫັນດີເປັນເອກະພາບສືບຕໍ່ເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງຂຶ້ນຕື່ມ ແລະ ຍົກລະດັບໃຫ້ກາຍເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສ້າງ “ປະຊາຄົມແບ່ງປັນ ອະນາຄົດ ຫວຽດນາມ - ຈີນ ທີ່ມີຄວາມໝາຍຍຸດທະສາດ”.

ກ່ຽວກັບການພົວພັນລະຫວ່າງສອງສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໜັກວ່າ ໃນຄວາມມານະພະຍາຍາມຊຸກຍູ້ “ຄວາມໄວ້ເນື້ອເຊື່ອໃຈ ດ້ານການເມືອງໃຫ້ນັບມື້ນັບສູງກ່ວາເກົ່າ”, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ຈີນ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ແລະ ພັດທະນາເຂົ້າສູ່ລວງເລິກ. ສອງຝ່າຍໄດ້ຮັກສາການແລກປ່ຽນດ້ວຍຫຼາຍຮູບແບບທີ່ມີໄຫວພິບຄື: ການໂອ້ລົມສົນທະນາທາງໄກ, ຈັດສົ່ງຄະນະການນຳ ບັນດາຄະນະກຳມະການ, ອົງການສະເພາະກິດ, ກຸ່ມສະມາຊິກລັດຖະສະພາ ມາຢ້ຽມຢາມເຊິ່ງກັນແລະກັນ, ຮັກສາການພົບປະ, ປຶກສາຫາລື, ສົມທົບກັນຢ່າງແໜ້ນແຟ້ນບັນດາເວທີປາໄສລັດຖະສະພາໃນພາກພື້ນ ແລະ ສາກົນ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top