• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເຮັດ​ວຽກ ກັບ​ຄະ​ນະ​ປະ​ຈຳ ຄະ​ນະ​ພັກ​ນະ​ຄ​ອນ​ ດ່າ​ນັ້ງ

ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ດ່ານັ້ງ, ຕອນບ່າຍວັນທີ 11 ພະຈິກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ເຮັດວຽກກັບຄະນະປະຈຳ ຄະນະພັກນະຄອນ ດ່ານັ້ງ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: ຢວ໊ານເຕິນ/TTXVN))

ທ່ານປະທານສະພາແຫ່ງຊາດໄດ້ ຕີລາຄາສູງ ແລະ ເຊີດຊູບັນດາໝາກຜົນ ເຊິ່ງດ່ານັ້ງ ບັນລຸໄດ້ໃນໄລຍະຜ່ານມາ, ແລະ ຊີ້ແຈ້ງວ່າ ດ່ານັ້ງ ແມ່ນໜຶ່ງໃນ 5 ນະຄອນທຳອິດ ຂຶ້ນກັບສູງກາງ ທີ່ໄດ້ຮັບການເຊັນອະນຸມັດວາງແຜນຜັງ ດ້ວຍຈິນຕະນາການ, ວິໄສທັດຍາວໄກ ແລະ ບຸກທະລຸທີ່ສຸດ. ທາງນະຄອນ ກໍ່ສ້າງໄດ້ຄວາມໄວ້ວາງໃຈສູງຕໍ່ປະຊາຄົມ ວິສາຫະກິດ ແລະ ແຂກທ່ອງທ່ຽວ; ຖັນແຖວການນຳ ແລະ ປະຊາຊົນມີຈິດໃຈຄວາມຮັບຜິດຊອບ, ກ້າຄິດກ້າທຳ. ບົນພື້ນຖານນ້ັນ, ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທາງນະຄອນ ຈະ ມີບາດກ້າວພັດທະນາທີ່ກະໂດດຂັ້ນ, ສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາໃນອະນາຄົດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີ ດ່ານັ້ງ ມີໂຄງການຜັນຂະຫຍາຍປະຕິບັດການວາງແຜນຜັງນະຄອນດ່ານັ້ງ ໃນໄລຍະ 2021 – 2030, ວິໄສທັດຮອດປີ 2050 ທີ່ຫາກໍ່ໄດ້ເຊັນອະນຸມັດ, ເຮັດໃຫມ່ກຳລັງໜູນການເຕີບໂຕເກົ່າ, ພ້ອມທັງຊອກຫາບັນດາກຳລັງໜູນໃນການເຕີບໂຕໃຫມ່ໂດຍໄວ, ໃນນັ້ນຕ້ອງຍູ້ໄວການປະຕິບັດໂຄງການທ່າກຳປັ່ນ ລຽນຈ໋ຽວ ຍ້ອນວ່າ ນີ້ແມ່ນກຳລັງໜູນເຕີບໂຕໃໝ່ຂອງ ດ່ານັ້ງ.

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top