ຂ່າວສານ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍທີ່ສຸດ,ໃນນັ້ນ ມີປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ.
“ສິ່ງທີ່ພໍ່ແມ່ພີ່ນ້ອງມີຄວາມເອົາໃຈໃສ່ທີ່ສຸດແມ່ນການເຊື່ອມຕໍ່ຖ້ຽວບິນການຄ້າຄືນໃໝ່. ຂ້າພະເຈົ້າມີຂ່າວດີມາບອກ, ປັດຈຸບັນ ບັນດາຖ້ຽວບິນຢູ່ພາຍໃນປະເທດກໍເລີ່ມເປີດບໍລິການຄືນໃໝ່ແລ້ວ. ເລີ່ມແຕ່ເດືອນມັງກອນ ປີ 2022, ຫວຽດນາມ ຈະເປີດທົດລອງຖ້ຽວບິນການຄ້າສາກົນຄືນໃໝ່. ເປັນໜ້າພາກພູມໃຈ ແມ່ນ 1 ໃນ 10 ສະຖານທີ່ທົດລອງນັ້ນ ມີ ນະຄອນຫຼວງ ເຊີອູນ ນຳ.”
ໃນຂອບເຂດການຢ້ຽມຢາມ, ວັນທີ 14 ທັນວາ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ມີການເຮັດວຽກ ແລະ ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືກັບ ກະຊວງວິທະຍາສາດ, ເຕັກໂນໂລຢີ ແລະ ຖະແຫຼງຂ່າວ - ການສື່ສານ ສ.ເກົາຫຼີ ແລະ ຄະນະກຳມະການສື່ສານ ສ.ເກົາຫຼີ.
(ແຫຼ່ງຄັດຈາກ VOV)