ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວ້ ຢ້ຽ​ມ​ຢາມສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສ.ເກົາຫຼີ

ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນບ່າຍວັນທີ 14 ທັນວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໄປຢ້ຽມຢາມ ແລະ ຕັ້ງຊື່ໃສ່ປ້າຍສຳນັກງານໃໝ່ຂອງສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ພົບປະໂອ້ລົມກັບພະນັກງານພາລະກອນສະຖານທູດ ພ້ອມດ້ວຍຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດຫຼາຍທີ່ສຸດ,ໃນນັ້ນ ມີປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ.

        “ສິ່ງທີ່ພໍ່ແມ່ພີ່ນ້ອງມີຄວາມເອົາໃຈໃສ່ທີ່ສຸດແມ່ນການເຊື່ອມຕໍ່ຖ້ຽວບິນການຄ້າຄືນໃໝ່. ຂ້າພະເຈົ້າມີຂ່າວດີມາບອກ, ປັດຈຸບັນ ບັນດາຖ້ຽວບິນຢູ່ພາຍໃນປະເທດກໍເລີ່ມເປີດບໍລິການຄືນໃໝ່ແລ້ວ. ເລີ່ມແຕ່ເດືອນມັງກອນ ປີ 2022, ຫວຽດນາມ ຈະເປີດທົດລອງຖ້ຽວບິນການຄ້າສາກົນຄືນໃໝ່. ເປັນໜ້າພາກພູມໃຈ ແມ່ນ 1 ໃນ 10 ສະຖານທີ່ທົດລອງນັ້ນ ມີ ນະຄອນຫຼວງ ເຊີອູນ ນຳ.”

        ໃນຂອບເຂດການຢ້ຽມຢາມ, ວັນທີ 14 ທັນວາ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ຫງວຽນແມ້ງຮຸ່ງ ໄດ້ມີການເຮັດວຽກ ແລະ ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືກັບ ກະຊວງວິທະຍາສາດ, ເຕັກໂນໂລຢີ ແລະ ຖະແຫຼງຂ່າວ - ການສື່ສານ ສ.ເກົາຫຼີ ແລະ ຄະນະກຳມະການສື່ສານ ສ.ເກົາຫຼີ.

(ແຫຼ່ງຄັດຈາກ VOV)


top