• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ ປະ​ທານ​ກຸ່ມ​ບໍ​ລິ​ສັດ SK

ວັນທີ 27 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບ Chey Tae Won, ປະທານກຸ່ມບໍລິສັດ SK ຢູ່ ຫວຽດນາມ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃຫ້ການຕ້ອນຮັບ ປະທານກຸ່ມບໍລິສັດ SK

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ສູນນະວັດຕະກຳແຫ່ງຊາດ ຫວຽດນາມ ຈະເປີດນຳໃຊ້ຢູ່ ຮ່າໂນ້ຍໃນໄລຍະຈະມາເຖິງ. ທ່ານ ເວືອງດິ່ງເຫວະ ເຊື່ອໝັ້ນວ່າ ດ້ວຍການຊ່ວຍເຫຼືອຂອງ SK, ນີ້ຈະແມ່ນບາດກ້າວສຳຄັນໃຫ້ແກ່ການ Startup ນະວັດຕະກຳ ຫວຽດນາມ, ປະກອບສ່ວນເຂົ້າວິວັດທະນາການຫັນປ່ຽນພື້ນຖານເສດຖະກິດ ແລະ ສ້າງສູນຫຼາຍແຫ່ງໃນອະນາຄົດ. ທ່ານ ກໍ່ສະເໜີໃຫ້ກຸ່ມບໍລິດ SK ໃຫ້ຄຳປຶກສາ ກັບບັນດາອົງການສະພາແຫ່ງຊາດ ເພື່ອສ້າງລະບົບລະບຽບການນະໂຍບາຍທີ່ກ່ຽວຂ້ອງບັນດາຂົງເຂດໃຫ້ສົມບູນແບບຄື: ການຫັນປ່ຽນພະລັງງານ, ປະຕິບັດວິວັດທະນາການຫຼຸດຜ່ອນທາດກາກບອນ ເພື່ອບັນລຸເປົ້າໝາຍ ປ່ອຍອາຍພິດລົງລະດັບ 0 (Net Zero) ໃນປີ 2050, ໃຫ້ຄຳປຶກສາໜູນຊ່ວຍກ່ຽວກັບເຕັກນິກ, ສ້າງບັນດານະໂຍບາຍດຶງດູດບັນດາວິສາຫະກິດ ສືບຕໍ່ມາລົງທຶນຢູ່ ຫວຽດນາມ.

ສ່ວນທ່ານປະທານກຸ່ມບໍລິສັດ SK ໄດ້ຕີລາຄາວ່າ ການເປີດນຳໃຊ້ສູນນະວັດຕະກຳ ແຫ່ງຊາດ ແມ່ນໝາກຜົນຂອງບັນດາການຮ່ວມມືທີ່ໄດ້ຮັບການລົງນາມ ເນື່ອງໃນໂອກາດການຢ້ຽມຢາມ ສ.ເກົາຫຼີຂອງທ່ານປະທານສະພາແຫ່ງຊາດ ຫວ່າງແລ້ວນີ້, ທ່ານຖືວ່າ ສູນນະວັດຕະກຳ ແຫ່ງຊາດ ແມ່ນພື້ນຖານເພື່ອພັດທະນາ ຫວຽດນາມ, ທ່ານກໍ່ຫວັງວ່າຈະໜູນຊ່ວຍຫວຽດນາມ ໃນການຜະລິດພະລັງງານຢ່າງເປັນເອກະລາດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

2 ໝູ່ບ້ານດັ່ງກ່າວເປັນສະມາຊິກຂອງເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ ເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມໃນການອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ

Top