• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ ຮຸນ​ແຊນ ສົ່ງ​ຈົດ​ໝາຍ​ຂອບ​ໃຈ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ

ວັນທີ 22 ເມສາ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮຸນແຊນ, ປະທານພັກປະຊາຊົນ ກຳປູເຈຍ (CPP) ໄດ້ສົ່ງຈົດໝາຍຂອບໃຈມາຍັງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ທີ່ໄດ້ສົ່ງສານຢື້ຢາມຖາມຂ່າວສະພາບການໂລກລະບາດໂຄວິດ - 19 ຢູ່ ກຳປູເຈຍ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮຸນແຊນ  (ພາບປະກອບ)

ໃນຈົດໝາຍສະບັບດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮຸນແຊນ  ສະແດງຄວາມຂອບໃຈມາຍັງພັກ, ລັດ ແລະ ປະຊາຊົນ ຫວຽດນາມ  ຍາມໃດກໍຮັກສາສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ແບ່ງເບົາກັບ ກຳປູເຈຍ ໃນທຸກສະພາບການ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກໍຊົມເຊີຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິຜົນຂອງ ຫວຽດນາມ, ຄວາມຮັບຜິດຊອບ ກໍຄືການປະກອບສ່ວນຂອງ ຫວຽດນາມ ໃນວຽກງານສະກັດກັ້ນໂລກລະບາດທົ່ວໂລກ ດ້ວຍການໜູນຊ່ວຍປະຊາຄົມສາກົນ, ໃນນັ້ນ ມີ ກຳປູເຈຍ.

ທີ່ການໂອ້ລົມສົນທະນາອອນລາຍ ໃນຕອນເຊົ້າວັນທີ 22 ເມສາ ກັບທ່ານລັດຖະມົນຕີກະຊວງສາທາລະນະສຸກ ກຳປູເຈຍ Mam Bunheng, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທັ່ງລອງ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍເຄື່ອງຊ່ວຍຫາຍໃຈ ຈຳນວນ 800 ເຄື່ອງ ແລະ ຜ້າອັດປາກອັດດັງຈຳນວນກວ່າ 2 ລ້ານອັນ ໃຫ້ແກ່ ກຳປູເຈຍ. ກ່ອນໜ້ານັ້ນ, ວັນທີ 19 ເມສາ, ຫວຽດນາມ ໄດ້ມອບເງິນຈຳນວນ 300.000 USD ເພື່ອໜູນຊ່ວຍ ກຳປູເຈຍ ໃນການປ້ອງກັນ - ສະກັດກັ້ນໂລກລະບາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top