• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ເລືອງ​ເກືອງ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ເປ​ຣູ ແລະ ເຂົ້າ​ຮ່ວມ​ສັບ​ປະ​ດາ​ຂັ້ນ​ສູງ APEC ຢ່າງ​ຈົບ​ງາມ

ຕອນບ່າຍວັນທີ 16 ພະຈິກ ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ເລືອງເກືອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ລີມາ, ສິ້ນສຸດການຢ້ຽມຢາມ ຢ່າງເປັນທາງການ ສ.ຈີເລ, ສ.ເປຣູ ແລະ ເຂົ້າຮ່ວມສັບປະດາຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2024.
ທ່ານປະທານປະເທດ ເລືອງເກືອງ ສິ້ນສຸດການຢ້ຽມຢາມ ເປຣູ ແລະ ເຂົ້າຮ່ວມສັບປະດາຂັ້ນສູງ APEC ຢ່າງຈົບງາມ (ພາບ: TTXVN)

ຕອບສຳພາດຕໍ່ນັກຂ່າວກ່ຽວກັບຄວາມໝາຍ ແລະ ໝາກຜົນຂອງການປະຕິບັດງານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ ການຢ້ຽມຢາມ ຈີເລ ແລະ ເປຣູ ຢ່າງເປັນທາງການຂອງທ່ານປະທານປະເທດ ເລືອງເກືອງ ໄດ້ສົ່ງສານສຳຄັນໄປຍັງເພື່ອນມິດສາກົນ, ພິເສດແມ່ນບັນດາປະເທດໃນພາກພື້ນ ອາເມລິກາລາຕິນ ແລະ ກາຣີເບ ກ່ຽວກັບນະໂຍບາຍການຕ່າງປະເທດສະເໝີຕົ້ນສະເໝີປາຍ, ຖືເປັນສຳຄັນບັນດາປະເທດທີ່ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ໃນນັ້ນມີ ຈີເລ ແລະ ເປຣູ. ການຢ້ຽມຢາມສະແດງໃຫ້ເຫັນແງ່ຫວັງໃນການພົວພັນລະຫວ່າງ ຫວຽດນາມ ກັບສອງປະເທດແມ່ນສົດໃສທີ່ສຸດ. ການເພີ່ມທະວີການພົວພັນກັບສອງປະເທດ ກໍ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ ຫວຽດນາມ ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດອື່ນໆຢູ່ພາກພື້ນ ອາເມລິກາ ລາຕິນ.

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top