• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຢ້ຽມ​ຢາມ​ໂຮງ​ໝໍ​ເດັກ 1 ໃນ​ໂອ​ກາດ​ວັນ​ແພດ​ໝໍຫວຽດ​ນາມ

ເນື່ອງໃນໂອກາດ ວັນແພດໝໍ ຫວຽດນາມ (27/2), ຕອນເຊົ້າວັນທີ 22 ກຸມພາ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ມາຢ້ຽມຢາມ, ລະດົມກຳລັງໃຈ ແພດໝໍ, ພະລັງງານການແພດ ໂຮງໝໍເດັກ 1 ຢູ່ນະຄອນ ໂຮ່ຈີມິນ.
ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມໂຮງໝໍເດັກ 1

ນີ້ແມ່ນຮາກຖານການແພດພະແນກເດັກ ແຖວໜ້າທົ່ວປະເທດ ດ້ວຍຂອບຂະໜາດ 1500 ຕຽງ, ໃນເວລາຈຸດສຸມ ໂຮງໝໍໄດ້ກວດ ແລະ ປິ່ນປົວຄົນເຈັບປະມານ 5000 ຄົນ. ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງ ບັນດາຜົນສຳເລັດຂອງ ຖັນແຖວພະນັກງານການແພດ, ທ່ານໝໍຢູ່ໂຮງໝໍເດັກ 1 ໃນການເບິ່ງແຍງສຸຂະພາບ ປະຊາຊົນໃນໄລຍະຜ່ານມາ, ທ່ານປາດຖະໜາວ່າ ບັນດາພະນັກງານການແພດ, ທ່ານໝໍ ເສີມຂະຫຍາຍບັນດາຜົນສຳເລັດທີ່ບັນລຸໄດ້ຢ່າງສຸດຂີດ, ພ້ອມທັງມານະພະຍາຍາມສຸ້ຊົນສືບຕໍ່ບັນລຸໄດ້ຜົນສຳເລັດໃໝ່ຕື່ມອີກ.

(ແຫຼ່ງຄັດຈາກ VOV)

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ທ່ານ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.

Top