• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວ​ັນ​ຟຸກ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ເອ​ຢິບ

ຕອນເຊົ້າວັນທີ 16 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງ ປະທານາທິບໍດີ ເອຢິບ Katerina Sakellaropoulou ຢ່າງສົມກຽດ.

ຕອນເຊົ້າວັນທີ 16 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງ ປະທານາທິບໍດີ ເອຢິບ Katerina Sakellaropoulou ຢ່າງສົມກຽດ.

    

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານພິທີຕ້ອນຮັບທ່ານນາງ ປະທານາທິບໍດີ ເອຢິບ Katerina Sakellaropoulou ຢ່າງສົມກຽດ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານາທິບໍດີ ເອຢິບ Katerina Sakellaropoulou ໄດ້ໄປຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 15 ຫາວັນທີ 19 ພຶດສະພາ 2022. ຕອນເຊົ້າວັນທີ 16 ພຶດສະພາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານພິທີຕ້ອນຮັບທ່ານນາງ ປະທານາທິບໍດີ ເອຢິບ Katerina Sakellaropoulou ຢ່າງສົມກຽດ.

        ພາຍຫຼັງພິທີຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງ ປະທານາທິບໍດີ ເອຢິບ Katerina Sakellaropoulou ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສອງປະເທດດຳເນີນການພົບປະສົນທະນາ.

        ຕາມລາຍການຂອງການຢ້ຽມຢາມຄັ້ງນີ້, ທ່ານນາງປະທານາທິບໍດີ ເອຢິບ Katerina Sakellaropoulou ຈະມີການພົບປະສົນທະນາສຳຄັນກັບທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ; ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້. ທ່ານນາງ ປະທານາທິບໍດີ ເອຢິບ Katerina Sakellaropoulou ກໍຈະໄປຢ້ຽມຢາມສະຖານທີ່ທ່ອງທ່ຽວ, ວັດທະນະທຳ ບາງແຫ່ງຢູ່ ຮ່າໂນ້ຍ; ພົບປະກັບການນຳນະຄອນ ໂຮ່ຈີມິນ ແລະ ຢ້ຽມຢາມເຂດເສດຖະກິດ, ສະຖານທີ່ທ່ອງທ່ຽວ, ວັດທະນະທຳຈຳນວນ 1 ຢູ່ ນະຄອນ ໂຮ່ຈີມິນ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top