• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຈີນ ສີ​ຈີ້ນ​ຜິງ ຢ້ຽມ​ຢາມ ຝ​ລັ່ງ

ຕອນເຊົ້າວັນທີ 06 ພຶດສະພາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບການນຳ ຈີນ ແລະ ພັນລະຍາຢ່າງເປັນທາງການ.
  ທ່ານນາຍົກລັດຖະມົນຕີ ຝລັ່ງ Gabriel Attal (ເບື້ອງຂວາມື) ຕ້ອນຮັບທ່ານປະທານປະເທດ ຈີນ ສີຈີ້ນຜິງ (ເບື້ອງຊ້າຍມື) ຢູ່ສະໜາມບິນ Orly, ນະຄອນຫຼວງ ປາຣີ (ພາບ: AFP/TTXVN)  

ຕອນຄ່ຳວັນທີ 05 ພຶດສະພາ, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄດ້ເດີນທາງໄປຮອດນະຄອນຫຼວງ ປາຣີ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຝລັ່ງ ໃນລະຫວ່າງວັນທີ 6 – 7 ພຶດສະພາ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນ ຝລັ່ງ - ຈີນ ຄົບຮອບ 60 ປີ, ຊຸກຍູ້ການແກ້ໄຂບັນດາບັນຫາສາກົນທີ່ຮ້ອນເຮັ່ງ ເຊັ່ນ ການປະທະກັນຢູ່ ຢູແກຼນ, ວິກິດການຢູ່ຕາເວັນອອກກາງ ຫຼື ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ຝລັ່ງ, EU ກັບ ຈີນ.

ຕາມແຜນການແລ້ວ, ຕອນເຊົ້າວັນທີ 06 ພຶດສະພາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບການນຳ ຈີນ ແລະ ພັນລະຍາຢ່າງເປັນທາງການ. ຫຼັງຈາກນັ້ນ, ການນຳ ຝລັ່ງ ແລະ ຈີນ ກໍ່ໄດ້ພົບປະເຈລະຈາກ່ຽວກັບບັນດາຫົວຂໍ້ສາກົນທີ່ເປັນບັນຫາຮ້ອນເຮັ່ງໃນປັດຈຸບັນ ໂດຍມີການເຂົ້າຮ່ວມຂອງທ່ານນາງປະທານຄະນະກຳມະການເອີຣົບ Ursula vonder Leyen.

ຝລັ່ງແມ່ນປະເທດທຳອິດໃນການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ ໄປຍັງ 3 ປະເທດເອີຣົບ (5 ພຶດສະພາ - 10 ພຶດສະພາ). ຫຼັງຈາກນັ້ນ, ການນຳ ຈີນ ຈະໄປຢ້ຽມຢາມ Serbia ແລະ Hungary.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ: ຍູ້ແຮງການຫັນເປັນສີຂຽວ, ສ້າງ ແລະ ປົກປ້ອງເຄື່ອງໝາຍການຄ້າເຂົ້າສານ ຫວຽດນາມ

ຂະແໜງເຂົ້າສານຂອງ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຄວາມຮຽກຮ້ອງ ແລະ ສິ່ງທ້າທາຍໃໝ່, ຂ້າພະເຈົ້າສະເໜີໃຫ້ນະຄອນ ເກິ່ນເທີ ສືບຕໍ່ສຸມໃສ່ຊີ້ນຳ ແລະ ຍູ້ແຮງການຫັນເປັນສີຂຽວ

Top