• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສຳຫຼວດ​ໂຄງ​ການ​ກໍ່​ສ້າງ​ເສັ້ນ​ທາງ​ອ​້ອມ​ຮອບ​ຕົວ​ເມືອງເລກ 3 ນະ​ຄອນ​ໂຮ່​ຈີ​ມິນ

ເສັ້ນທາງອ້ອມຮອບຕົວເມືອງເລກທີ 3 ມີຄວາມຍາວກວ່າ 76Km, ກວ້າງເກືອບ 29 ແມັດ ດ້ວຍ 4 ເລນທາງ, ທາງແລ່ນຜ່ານນະຄອນ ໂຮ່ຈີມິນ ແລະ ບັນດາແຂວງຄື ບິ່ງເຢືອງ, ດົ່ງນາຍ, ລອງອານ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ໂຄງການ   
ໃນລາຍການກວດກາບັນດາໂຄງການ, ກິດຈະກຳຈຸດສຸມແຫ່ງຊາດໃນຊຸມວັນທຳອິດຂອງປີໃໝ່, ຕອນບ່າຍວັນທີ 29 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາໂຄງການກໍ່ສ້າງເສັ້ນທາງອ້ອມຮອບຕົວເມືອງເລກທີ 3, ນະຄອນ ໂຮ່ຈີມິນ. ເສັ້ນທາງອ້ອມຮອບຕົວເມືອງເລກທີ 3 ມີຄວາມຍາວກວ່າ 76Km, ກວ້າງເກືອບ 29 ແມັດ ດ້ວຍ 4 ເລນທາງ, ທາງແລ່ນຜ່ານນະຄອນ ໂຮ່ຈີມິນ ແລະ ບັນດາແຂວງຄື ບິ່ງເຢືອງ, ດົ່ງນາຍ, ລອງອານ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊົມເຊີຍ 4 ແຂວງ, ນະຄອນດັ່ງກ່າວ ທີ່ໄດ້ສົມທົບກັນຜັນຂະຫຍາຍໂຄງການຢ່າງມີປະສິດທິຜົນ; ໃນເບື້ອງຕົ້ນ ວຽກງານກະກຽມລົງທຶນ, ຈັດແບ່ງແຫຼ່ງທຶນ, ກະກຽມວັດສະດຸ… ໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ. ລັດຖະບານ ພ້ອມແລ້ວທີ່ຈະແບ່ງປັນ, ຈັດແບ່ງທຶນຮອນໃຫ້ນະຄອນ ໂຮ່ຈີມິນ ສະໜອງເພີ່ມເຕີມໃຫ້ແກ່ໂຄງການກໍ່ສ້າງເສັ້ນທາງອ້ອມຮອບຕົວເມືອງເລກ 3 ກໍຄື ໂຄງການອື່ນໆທີ່ພວມຜັນຂະຫຍາຍເປັນຢ່າງດີ ແຕ່ຂາດທຶນຮອນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 4 ແຂວງ, ນະຄອນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດວຽກງານກະກຽມລົງທຶນ, ໂດຍສະເພາະແມ່ນຂອດອອກແບບໃຫ້ເປັນຢ່າງດີ; ສືບຕໍ່ປະຕິບັດວຽກງານບຸກເບີກໜ້້າພຽງ, ເລີ່ມລົງມືກໍ່ສ້າງໂຄງການໃຫ້ເປັນຢ່າງດີ ເພື່ອນຳເຂົ້າໃຊ້ການໃນເດືອນ ມິຖຸນາ 2025.

(ແຫຼ່ງຄັດຈາກ VOV)

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ

ມີ​ວັດ​ຖຸເອ​ກະ​ສານ​ກ່​ວາ 800 ຢ່າງ ໄດ້​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ວິ​ວັດ​ການ 80 ປີ​ແຫ່ງວັນ​ສ້າງ​ສາ ແລະ ພັດ​ທະ​ນາ”

ງານວາງສະແດງໄດ້ວາງສະແດງວັດຖຸເອກະສານອັນລ້ຳຄ່າ 800 ຢ່າງທີ່ໄດ້ຮັບການຄັດເລືອກຈາກແຫຼ່ງວັດຖຸເອກະສານທີ່ມີຄ່າຫຼາຍຢ່າງ.

Top