• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສາຍ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ ຈະ​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ຕອນບ່າຍວັນທີ 8 ພະຈິກ ຢູ່ພະນົມເປັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍທ່ານນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ Samdech Techo Hun Sen ໄດ້ເຂົ້າຮ່ວມເວທີປາໄສສົ່ງເສີມການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ເວທີປາໄສ  

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍແກ່ກັນລະຫວ່າງສອງພື້ນຖານເສດຖະກິດ ຫວຽດນາມ ແລະ ກຳປູເຈຍ, ຈຸດສຸມແມ່ນລະບອບລະບຽບການ, ການເງິນ, ພື້ນຖານໂຄງລ່າງຄົມມະນາຄົມຂົນສົ່ງ, ພະລັງງານໄຟຟ້າ, ໂທລະຄົມມະນາຄົມ, ການທ່ອງທ່ຽວ; ແລກປ່ຽນບົດຮຽນປະສົບການເປັນປະຈຳ, ຊ່ວຍເຫຼືອເຊິ່ງກັນແລະກັນກ່ຽວກັບການສ້າງນະໂຍບາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງກຳລັງແກ້ງແຍ້ງສູງກວ່າໃນພາກພື້ນ ເພື່ອພ້ອມກັນດຶງດູດການລົງທຶນຕ່າງປະເທດໃຫ້ມີຄຸນນະພາບ, ພັດທະນາເສດຖະກິດ - ສັງຄົມແບບຍືນຍົງ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂສະດວກທີ່ສຸດເພື່ອຊຸກຍູ້ວິສາຫະກິດສອງປະເທດຮ່ວມມືລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ.

“ສາຍພົວພັນມິດຕະພາບ, ຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ແມ່ນຊັບສົມບັດອັນລ້ຳຄ່າຂອງພັກ, ລັດ ແລະ ປະຊາຊົນສອງປະເທດ. ພວກເຮົາແຕ່ລະຄົນລ້ວນແຕ່ມີຄວາມຮັບຜິດຊອບຖະໜຸຖະໜອມ, ເພີ່ມພູນຄູນສ້າງສາຍພົວພັນນີ້ ໃຫ້ເກີດດອກອອກຜົນ; ແຕ່ລະໂຄງການ, ກິດຈະກຳລົງທຶນຂອງວິສາຫະກິດສອງປະເທດບໍ່ພຽງແຕ່ສະແດງໃຫ້ເຫັນການຮ່ວມມືເທົ່ານັ້ນ ຫາກຍັງແມ່ນຄວາມມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສາຍພົວພັນມິດຕະພາບ, ນ້ຳໃຈສາມັກຄີ ຫວຽດນາມ - ກຳປູເຈຍ. ດ້ວຍບັນດາການກຳນົດທິດອັນໃໝ່ ແລະ ຂອບເຂດການພົວພັນຮ່ວມມືໃນໄລຍະໃໝ່, ພ້ອມກັບຄວາມຕັດສິນໃຈຂອງການນຳ ແລະ ປະຊາຊົນສອງປະເທດ, ບົນຈິດໃຈຕັ້ງໜ້າ, ເປັນເຈົ້າການ, ມີໄຫວພິບ, ປະດິດຄິດສ້າງ ແລະ ມີປະສິດທິຜົນ, ແນ່ນອນວ່າ ການພົວພັນ ຫວຽດນາມ - ກຳປູເຈຍ ຈະພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ, ເພື່ອຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຂອງປະຊາຊົນສອງປະເທດ.”

  ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ກ່າວຄຳເຫັນທີ່ເວທີປາໄສ   

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ Hun Sen ເນັ້ນໜັກວ່າ ສອງປະເທດ ຕ້ອງເພີ່ມທະວີການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ; ການຮ່ວມມືສອງຝ່າຍດ້ວຍວິທີພັດທະນາທັງພື້ນຖານໂຄງລ່າງ ແລະ ປັດໄຈກະຕຸ້ນການເຊື່ອມຕໍ່, ຊຸກຍູ້ກະແສການຄ້າການລົງທຶນ. ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຮຽກຮ້ອງໃຫ້ບັນດານັກທຸລະກິດ, ນັກລົງທຶນ ຫວຽດນາມ ຈົ່ງຊອກຮູ້ຕື່ມອີກກ່ຽວກັບຄວາມສາມາດບົ່ມຊ້ອນ, ກາລະໂອກາດລົງທຶນການຄ້າ ຢູ່ ກຳປູເຈຍ; ຢັ້ງຢືນຈະສ້າງສະພາບແວດລ້ອມທີ່ສະດວກ, ກອບນິຕິກຳ ແລະ ລະບອບລະບຽບການໃຫ້ວິສາຫະກິດດຳເນີນທຸລະກິດຢ່າງມີປະສິດທິຜົນ.

ແລະໃນຕອນເຊົ້າວັນທີ 9 ພະຈິກ, ຢູ່ພະນົມເປັນ, ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມໂຮງໝໍ ເຈິເຣີຍ - ພະນົມເປັນ - ເຊິ່ງເປັນກິດຈະກຳສັນຍາລັກຂອງການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງ ຫວຽດນາມ - ກຳປູເຈຍ.

  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບ ໂຮງໝໍ ເຈິເຣີຍ - ພະນົມເປັນ  

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ການປະກົດຕົວຂອງໂຮງໝໍທີ່ທັນສະໄໝດ້ວຍຖັນແຖວແພດໝໍ, ພະຍາບານທີ່ມີຄວາມຊຳນານທາງດ້ານວິຊາການສະເພາະ, ການບໍລິການທີ່ມີຄຸນນະພາບສູງຂອງ ຫວຽດນາມ ຢູ່ ກຳປູເຈຍ ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈສຳລັບຂະແໜງສາທາລະນະສຸກຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນບັນດາກິດຈະກຳຮ່ວມມື, ລົງທຶນຂອງ ຫວຽດນາມ ຢູ່ ກຳປູເຈຍ, ແມ່ນປະກົດການທີ່ມີຊີວິດຊີວາຂອງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ ອີກດ້ວຍ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top