• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ລາຍ​ການ ບຸນ​ເຕັດ​ແຫ່ງ​ການ​ເຕົ້າ​ໂຮມ ຢູ່ ​ຫວີງ​ລອງ

ວັນທີ 14 ມັງກອນ, ຢູ່ເທດສະບານ ຫວູງລຽມ (ເມືອງ ຫວູງລຽມ, ແຂວງຫວິງລອງ), ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງການເຕົ້າໂຮມ”, “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ ” ບຸນເຕັດປີຊວດ 2020.


ທ່ານນາຍົກລັດຖະມົນຕີ ໄດ້ມອບເຮືອນ 100 ຫຼັງ ໃຫ້ແກ່ຄົນທຸກຍາກແຂວງ ຫວີງລອງ

(ພາບ: VGP)


“ບຸນເຕັດແຫ່ງການເຕົ້າໂຮມ” ແມ່ນຂໍ້ລິເລີ່ມຂອງ ສະຫະພັນໃຫຍ່ແຮງງານ ຫວຽດນາມ, ເຊິ່ງໄດ້ຈັດຂຶ້ນເພື່ອແນໃສ່ເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ກຳມະກອນ ແຮງງານ. ຂະບວນການ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກ ທາດພິດສີສົ້ມ ” ໂດຍສູນກາງສະພາກາແດງ ຫວຽດນາມ ປຸກລະດົມ, ໄດ້ປະກອບສ່ວນນຳມາເຊິ່ງບັນຍາກາດເບີກບານມ່ວນຊື່ນ, ອົບອຸ່ນຂອງລະດູບານໃໝ່ມາໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ ທາງແຂວງ ຫວີງລອງ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ສະຫງວນແຫຼ່ງກຳລັງເພື່ອສ້າງບັນດານະໂຍບາຍໃຫ້ແກ່ກຳມະກອນ,  ແຮງງານ ຢູ່ ເຂດອຸດສາຫະກຳ, ໂຮງງານໃຫຍ່, ເຈົ້າຂອງວິສາຫະກິດຕ້ອງເອົາໃຈໃສ່ກ່ວາອີກເຖິງຊີວິດດ້ານວັດຖຸ ແລະ ຈິດໃຈຂອງ ແຮງງານ, ແຫຼ່ງກຳລັງເພື່ອພັດທະນາວິສາຫະກິດ, ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມອບເຮືອນ 100 ຫຼັງ ໃຫ້ແກ່ຄົນທຸກຍາກແຂວງ ຫວີງລອງ.

ແລະກໍ່ໃນຕອນບ່າຍວັນທີ 14 ມັງກອນ, ຢູ່ແຂວງ ຈ່າວິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ກຳມະກອນ, ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງຈາວິງ ເນື່ອງໃນໂອກາດບຸນເຕັດປີຊວດ 2020.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top