• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽ​ນ​ຊວັນ​ຟຸກ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ ແຂວງ ກ໋ວ​າງ​ງາຍ​ປີ 2019

ຕອນບ່າຍວັນທີ 2 ກໍລະກົດ, ຢູ່ນະຄອນຫຼວງ ກ໋ວາງງາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ ແຂວງ ກ໋ວາງງາຍ, ເຊິ່ງເປັນເຫດການໜຶ່ງນອນໃນບັນດາເຫດການສະເຫຼີມສະຫຼອງ  30 ປີແຫ່ງວັນສ້າງແຂວງ ກ໋ວາງງາຍ ຄືນໃໝ່ (ວັນທີ 1 ກໍລະກົດ 1989 - ວັນທີ 1 ກໍລະກົດ 2019).

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມ (ພາບ: TTXVN)

ກອງປະຊຸມມີການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການ ແລະ ບັນດາຜູ້ແທນ 500 ທ່ານເຊິ່ງແມ່ນບັນດາວິສາຫະກິດຢູ່ພາຍໃນປະເທດ ແລະ ສາກົນ, ນີ້ແມ່ນເຫດການເພື່ອໃຫ້ ກ໋ວາງງາຍ ແນະນຳ ຄວາມສາມາດບົ່ມຊ້ອນ, ທ່າແຮງ ຂອງແຂວງໃຫ້ແກ່ບັນດານັກລົງທຶນ. ທ່ານ ເຈິ່ນງອກກັງ, ປະທານຄະນະກຳມະການປະຊາຊົນແຂວງໃຫ້ຮູ້ວ່າ: ດ້ວຍຫົວຂໍ້ “ກ໋ວາງງາຍ - ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ”, ການນຳແຂວງໃຫ້ຮູ້ວ່າຈະຮ່ວມເດີນທາງໃນການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຂອງວິສາຫະກິດ, ຖືຜົນສຳເລັດຂອງວິສາຫະກິດແມ່ນຜົນສຳເລັດຂອງແຂວງກ໋ວາງງາຍ. ທີ່ກອງປະຊຸມ, ທາງແຂວງໄດ້ຈັດພິທີການລົງນາມຂໍ້ຕົກລົງການລົງທຶນ, ມອບໃບຢັ້ງຢືນລົງທະບຽນການລົງທຶນ, ຕັດສິນແຜນນະໂຍບາຍໃນການລົງທຶນ, ຂໍ້ຕົກລົງການລົງທຶນ.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ຕອນບ່າຍວັນທີ 29 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ຕວັກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ຕວັກກີ Cevdet Yilmaz ໄດ້ຖະແຫຼງຂ່າວສື່ມວນຊົນພາຍຫຼັງການເຈລະຈາ.

Top