ຂ່າວສານ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ແຂວງ ກ໋ວາງງາຍປີ 2019 03/07/2019 ຕອນບ່າຍວັນທີ 2 ກໍລະກົດ, ຢູ່ນະຄອນຫຼວງ ກ໋ວາງງາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ ແຂວງ ກ໋ວາງງາຍ, ເຊິ່ງເປັນເຫດການໜຶ່ງນອນໃນບັນດາເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງແຂວງ ກ໋ວາງງາຍ ຄືນໃໝ່ (ວັນທີ 1 ກໍລະກົດ 1989 - ວັນທີ 1 ກໍລະກົດ 2019). ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມ (ພາບ: TTXVN) ກອງປະຊຸມມີການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການ ແລະ ບັນດາຜູ້ແທນ 500 ທ່ານເຊິ່ງແມ່ນບັນດາວິສາຫະກິດຢູ່ພາຍໃນປະເທດ ແລະ ສາກົນ, ນີ້ແມ່ນເຫດການເພື່ອໃຫ້ ກ໋ວາງງາຍ ແນະນຳ ຄວາມສາມາດບົ່ມຊ້ອນ, ທ່າແຮງ ຂອງແຂວງໃຫ້ແກ່ບັນດານັກລົງທຶນ. ທ່ານ ເຈິ່ນງອກກັງ, ປະທານຄະນະກຳມະການປະຊາຊົນແຂວງໃຫ້ຮູ້ວ່າ: ດ້ວຍຫົວຂໍ້ “ກ໋ວາງງາຍ - ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ”, ການນຳແຂວງໃຫ້ຮູ້ວ່າຈະຮ່ວມເດີນທາງໃນການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຂອງວິສາຫະກິດ, ຖືຜົນສຳເລັດຂອງວິສາຫະກິດແມ່ນຜົນສຳເລັດຂອງແຂວງກ໋ວາງງາຍ. ທີ່ກອງປະຊຸມ, ທາງແຂວງໄດ້ຈັດພິທີການລົງນາມຂໍ້ຕົກລົງການລົງທຶນ, ມອບໃບຢັ້ງຢືນລົງທະບຽນການລົງທຶນ, ຕັດສິນແຜນນະໂຍບາຍໃນການລົງທຶນ, ຂໍ້ຕົກລົງການລົງທຶນ. (ແຫຼ່ງຄັດຈາກ VOV)

ຕອນບ່າຍວັນທີ 2 ກໍລະກົດ, ຢູ່ນະຄອນຫຼວງ ກ໋ວາງງາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ ແຂວງ ກ໋ວາງງາຍ, ເຊິ່ງເປັນເຫດການໜຶ່ງນອນໃນບັນດາເຫດການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງແຂວງ ກ໋ວາງງາຍ ຄືນໃໝ່ (ວັນທີ 1 ກໍລະກົດ 1989 - ວັນທີ 1 ກໍລະກົດ 2019). ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ບັນດາຜູ້ແທນເຂົ້າຮ່ວມ ກອງປະຊຸມ (ພາບ: TTXVN) ກອງປະຊຸມມີການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການ ແລະ ບັນດາຜູ້ແທນ 500 ທ່ານເຊິ່ງແມ່ນບັນດາວິສາຫະກິດຢູ່ພາຍໃນປະເທດ ແລະ ສາກົນ, ນີ້ແມ່ນເຫດການເພື່ອໃຫ້ ກ໋ວາງງາຍ ແນະນຳ ຄວາມສາມາດບົ່ມຊ້ອນ, ທ່າແຮງ ຂອງແຂວງໃຫ້ແກ່ບັນດານັກລົງທຶນ. ທ່ານ ເຈິ່ນງອກກັງ, ປະທານຄະນະກຳມະການປະຊາຊົນແຂວງໃຫ້ຮູ້ວ່າ: ດ້ວຍຫົວຂໍ້ “ກ໋ວາງງາຍ - ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດ”, ການນຳແຂວງໃຫ້ຮູ້ວ່າຈະຮ່ວມເດີນທາງໃນການແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງຂອງວິສາຫະກິດ, ຖືຜົນສຳເລັດຂອງວິສາຫະກິດແມ່ນຜົນສຳເລັດຂອງແຂວງກ໋ວາງງາຍ. ທີ່ກອງປະຊຸມ, ທາງແຂວງໄດ້ຈັດພິທີການລົງນາມຂໍ້ຕົກລົງການລົງທຶນ, ມອບໃບຢັ້ງຢືນລົງທະບຽນການລົງທຶນ, ຕັດສິນແຜນນະໂຍບາຍໃນການລົງທຶນ, ຂໍ້ຕົກລົງການລົງທຶນ. (ແຫຼ່ງຄັດຈາກ VOV)