• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽ​ນ​ຊວັນ​ຟຸກ​ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມສະຫຼຸບ 50 ປີ​ແຫ່ງ​ການ​ຮັກ​ສາປ້ອງ​ກັນ​ຄວາມ​ປ​ອ​ດ​ໄພ​ສົບ​ຂອງ​ປະ​ທານ​ໂຮ່​ຈີ​ມິນ

ວັນທີ 29 ສິງຫາ, ຢູ່ຮ່າໂນ້ຍ, ເນື່ອງໃນໂອກາດລະນຶກເຖິງ 50 ປີແຫ່ງວັນທ່ານໂຮ່ຈີມິນເຖິງແກ່ມໍລະນະກຳ, ກອງບັນຊາການປ້ອງກັນສຸສານໂຮ່ຈີມິນໄດ້ຈັດຕັ້ງກອງປະຊຸມສະຫຼຸບ 50 ປີແຫ່ງການປະຕິບັດການຮັກສາ, ປ້ອງກັນຄວາມປອດໄພໃຫ້ແກ່ສົບຂອງປະທານໂຮ່ຈີມິນ (1969 - 2019). ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ມອບຫຼຽນໄຊມິດຕະພາບໃຫ້ແກ່ນັກຊ່ຽວຊານລັດເຊຍ (ພາບ: TTXVN)

ຫຼັງຈາກປະທານໂຮ່ຈີມິນເຖິງແກ່ມໍລະນະກຳ, ຕາມຄຳປະຕິຍານຄວາມຫວັງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ, ກົມການເມືອງ, ສູນກາງພັກກອມມູນິດ ຫວຽດນາມໄດ້ລົງມະຕິ: ດ້ວຍນ້ຳໃຈທີ່ແສນເຄົາລົບຮັກຢ່າງລົ້ນເຫຼືອ ແລະ ຮູ້ບຸນຄຸນປະທານ ໂຮ່ຈີມິນຕະຫຼອດໄປ, ຕ້ອງປະຕິບັດ ໜ້າທີ່ຮັກສາສົບຂອງປະທານໂຮ່ຈີມິນໄວ້ຢ່າງຍາວນານ ແລະ ກໍ່ສ້າງສຸສານຂອງເພິ່ນໃຫ້ເປັນຢ່າງດີ. ໜ້າທີ່ສັກກາລະບູຊານີ້ໄດ້ມອບໝາຍໃຫ້ກອງທັບເຊິ່ງປະຕິບັດໂດຍກົງແມ່ນກອງບັນຊາການປ້ອງກັນສຸສານປະທານໂຮ່ຈີມິນ.

        ຕາມແຜນການທີ່ໄດ້ຮັບການກະກຽມກ່ອນນັ້ນ, ພາຍຫຼັງປະທານໂຮ່ຈີມິນເຖິງແກ່ມໍລະນະກຳ, ສົບຂອງເພິ່ນໄດ້ສົ່ງໄປຍັງ ໂຮງໝໍກອງທັບ 108. ໜ່ວຍການແພດພິເສດ ແລະ ບັນດານັກຊ່ຽວຊານ ລັດເຊຍ ໄດ້ປະຕິບັດບັນດາຂັ້ນຕອນທາງເຕັກນິກຢ່າງລະອຽດ ແລະ ຊັດເຈນເພື່ອຮັກສາບັນດາຈຸດທີ່ເປັນເອກະລັກສະເພາະຂອງເພິ່ນໄວ້ໃຫ້ຢູ່ສະພາບເດີມ .

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ Esteban Lazo Hernandez ຢ້ຽມ​ຢາມ ຫວຽດ​ນາມ

ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ອຳ​ນາດ​ການ​ປົກ​ຄອງ​ປະ​ຊາ​ຊົນ ກູ​ບາ Esteban Lazo Hernandez ຢ້ຽມ​ຢາມ ຫວຽດ​ນາມ

ທ່ານ Esteban Lazo Hernandez ກຳມະການກົມການເມືອງ, ປະທານສະພາແຫ່ງຊາດອຳນາດການປົກຄອງປະຊາຊົນ ກູບາ ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 24 – 28 ກັນຍາ.

Top