ຂ່າວສານ
ທ່ານນາຍົກລັດຖະມົນຕີ ໄທ: ທຸກການເຄື່ອນໄຫວແຫ່ຂະບວນປະທ້ວງຕ້ອງປະຕິບັດຕາມກົດໝາຍ
ຕຳຫຼວດມີສິດປ້ອງກັນຕົວຖ້າຫາກວ່າ ຖືກຜູ້ປະທ້ວງບຸກໂຈມຕີ. ທ່ານນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ ທ່ານບໍ່ມີຄວາມວິຕົກກັງວົນ ຫຼື ຄັດຄ້ານການແຫ່ຂະບວນປະທ້ວງແບບປະຊາທິປະໄຕ ແລະ ສິ່ງທີ່ຈຳເປັນແມ່ນຜູ້ທີ່ຈັດຕັ້ງການແຫ່ຂະບວນປະທ້ວງນັ້ນຕ້ອງຂໍອະນຸຍາດໃຫ້ເໝາະສົມ ແລະ ປະຕິບັດຖືກຕ້ອງຕາມກົດໝາຍ.
ການແຫ່ຂະບວນປະທ້ວງຢູ່ ບາງກອກ ໃນວັນທີ 12 ມິຖຸນາ
ວັນທີ 13 ມິຖຸນາ, ທ່ານນາຍົກລັດຖະມົນຕີ ປະຣາຢຸດ ຈັນໂອຊາ ຮຽກຮ້ອງໃຫ້ຜູ້ແຫ່ຂະບວນປະທ້ວງປະຕິບັດຕາມກົດໝາຍ, ພ້ອມທັງຢັ້ງຢືນວ່າ ຕຳຫຼວດມີສິດປ້ອງກັນຕົວຖ້າຫາກວ່າ ຖືກຜູ້ປະທ້ວງບຸກໂຈມຕີ. ທ່ານນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ ທ່ານບໍ່ມີຄວາມວິຕົກກັງວົນ ຫຼື ຄັດຄ້ານການແຫ່ຂະບວນປະທ້ວງແບບປະຊາທິປະໄຕ ແລະ ສິ່ງທີ່ຈຳເປັນແມ່ນຜູ້ທີ່ຈັດຕັ້ງການແຫ່ຂະບວນປະທ້ວງນັ້ນຕ້ອງຂໍອະນຸຍາດໃຫ້ເໝາະສົມ ແລະ ປະຕິບັດຖືກຕ້ອງຕາມກົດໝາຍ. ທ່ານ ປະຣາຢຸດ ຈັນໂອຊາ ກໍກ່າວເຕືອນຜູ້ທີ່ເຂົ້າຮ່ວມການແຫ່ຂະບວນປະທ້ວງ, ໂດຍສະເພາະແມ່ນ ໄວໜຸ່ມ ຕ້ອງມີການຄິດໄລ່ຢ່າງເລິກເຊິ່ງກ່ຽວກັບອະນາຄົດ ກ່ອນທີ່ຈະມີການກະທຳຫົວຮຸນແຮງ, ຕ້ານຄືນກຳລັງເຈົ້າໜ້າທີ່ດ້ວຍການໃຊ້ຄວາມຮຸນແຮງ.
ທ່ານນາຍົກລັດຖະມົນຕີ ປະຣາຢຸດ ຈັນໂອຊາ ໄດ້ຍົກອອກຄຳເຫັນດັ່ງກ່າວ ພາຍຫຼັງກຸ່ມ Thalu Gas ດຳເນີນການເດີນຂະບວນປະທ້ວງ, ຜ່ານຖະໜົນສາຍຕ່າງໆຢູ່ນະຄອນຫຼວງ ບາງກອກ ໃນທ້າຍອາທິດແລ້ວນີ້.
(ແຫຼ່ງຄັດຈາກ VOV)