• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ກະ​ສັດ Norodom Sihamoni ແລະ ພະລາ​ຊີ​ນີ Norodom Monineath Sihanouk

ການ​ນຳ​ສອງ​ທ່ານ​ສະ​ແດງ​ຄວາມ​ພາກ​ພູມ​ໃຈ ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ມໍ່ໆ​ມານີ້

ຕອນ​ເຊົ້າ​ວັນ​ທີ 10 ຕຸ​ລາ, ໃນ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ກະ​ສັດ Norodom Sihamoni ແລະ ພະລາ​ຊີ​ນີ Norodom Monineath Sihanouk ຢູ່ວັງ​ພະ​ບໍ​ລົມ​ວົງ​ສາ​ນຸ​ວົງ ກຳ​ປູ​ເຈຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ອັນ​ໃຫ່​ຍຫຼວງ, ຮອບ​ດ້ານ​ ໃນ​ວິ​ວັດ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ ຊື່ງ ປ​ຊ​ຊ ກຳ​ປູ​ເຈຍ ບັນ​ລຸ​ໄດ້ ພາຍຫຼັງ​ຂຶ້ນ​ຄອງ​ບັນ​ລັງ​ຂອງ​ກະ​ສັດ, ການ​ນຳ​ພາ​ຂອງ​ສະ​ພາ​ສູງ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ແລະ ການ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ຂອງ ປ​ຊ​ຊ.

ກະ​ສັດ Norodom Sihamoni ເນັ້ນ​ນັ​ຫກ​ວ່າ ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັ​ນ​ມູນ​ເຊື້ອ​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ​ຍ​ປະ​ທານ ໂຮ່​ຈິ​ມິນ ແລະ ອະ​ດີດ ກະ​ສັດ Norodom Sihanouk ສ້າງ​ພື້ນ​ຖານ, ບັນ​ດາ​ລຸ້ນ​ການ​ນຳ ແລະ ປ​ຊ​ຊ ໄດ້​ເພີ່ມ​ພູນ​ຄຸນ​ສ້າງ​ຜ່ານຫຼາຍ​ລຸ້ນ​ຄົນ.

  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ເຂົ້າ​ຢ້ຽມ​ຂ່ຳ​ນັບ​ກະ​ສັດ Norodom Sihamoni (ພາບ: VNA)  

ການ​ນຳ​ສອງ​ທ່ານ​ສະ​ແດງ​ຄວາມ​ພາກ​ພູມ​ໃຈ ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ມໍ່ໆ​ມານີ້ ແລະ ເຫັນ​ດີ​ຈະ​ສືບ​ຕໍ່​ຊຸກ​ຍູ້​ສາຍ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ນ້ຳ​ໃຈ​ສາ​ມັກ​ຄີ​ອັນ​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ, ຍືນ​ຍົງ ຫວຽດ​ນາມ-ກຳ​ປູ​ເຈຍ ນັບ​ມື້​ນັບ​ແທດ​ຈິງ ແລະ ໝັ້ນ​ຄົງ​ໜັກ​ແໜ້ນ.

ແລະ ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ​ໄດ້​ເດີນ​ທາງ​ອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ສິ້ນ​ສຸດ​ການ​ຢ້ຍມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ຢ່າງ​ເປັນ​ຈົບ​ງາມ ແຕ່​ວັນ​ທີ 9 – 10 ຕຸ​ລາ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Samdech Hun Manet.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໄດ້​ໂອ້​ລົມ​ເຈ​ລະ​ຈາ​ກັບ​ທ່ານ​ Hun Manet ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ , ພົບ​ປະ​ກັບ​ ທ່ານນາງ Khuon Sudary ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ, ທ່ານ Hun Sen ປະ​ທານ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ, ເຂົ້າ​ຢ້ຽມ​ຂ່ຳ​ນັບ ​ກະ​ສັດ Norodom Sihamoni ແລະ ພະລາ​ຊີ​ນີ Norodom Monineath Sihanouk. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ເປັນ​ປະ​ທານ​ຮ່ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ - ກຳ​ປູ​ເຈຍ 2026, ໃຫ້​ການ​ຕ້ອນ​ຮັບ​ການ​ນຳ ແລະ ບັນ​ດາ​ຊາວ​ໜຸ່ມ​ດີ​ເດັ່ນ​ຂອງ ສະ​ຫະ​ພັນ ຊາວ​ໜຸ່ມ​ກຳ​ປູ​ເຈຍ, ຢ້ຽມ​ຢາມ​ບໍ​ລິ​ສັດ ແລະ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ກຳ​ປູ​ເຈຍ.

ໃນ​ການ​ໂອ້​ລົມ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Hun Manet ເປັນ​​ສັກ​ຂີ​ພິ​ຍານ​ພິ​ທີ​ມອບຮັບ​ເອ​ກະ​ສານ​ຮ່ວມ​ມື​ສອງ​ຝ່າຍ 6 ສະ​ບັບ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ, ການ​ປ້ອງ​ກັນ​ຕ້ານ​ຢາ​ເສັບ​ຕິດ, ການ​ຄ້າ, ວັດ​ທະ​ນະ​ທຳ, ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ.

(ແຫຼ່ງຄັດຈາກ VOV)

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ຂອງ​ພັກ ຫວນ​ຄື​ນ​ໄລ​ຍະ 72 ປີ​ແຫ່ງວັນ​ປົດ​ປ່ອນ​ນະ​ຄອນຫຼວງ

ໃນ​ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ຮ່າ​ໂນ້ຍ, ຄຳ​ຮຽກ​ຮ້ອງ​ນີ້​ຍິ່ງ​ສະ​ແດງ​ໃຫ້​ເຫັນ​ລັກ​ສະ​ນະ​ຈຳ​ເປັນ​ຂອ​ການ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳ​ພາ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ບັນ​ຫາ​ທີ່​ນັບ​ມື້​ນັບ​ສັບ​ສົນ, ເຊື່ອມ​ຕໍ່​ຢ່າງ​ແໜ້ນ​ແຟ້ນ​ໃນ​ຕົວ​ເມືອງ​ພິ​ເສດ.

Top